ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ

Jun 16, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ສູນກາງ

ວັນທີ 16 ມິຖຸນາ 2022 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຝຶກອົບ¬ຮົມການສ້າງຄວາມເຂັ້ມແຂງກ່ຽວກັບການນໍາໃຊ້ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ແກ່ສະຫະພັນແມ່ຍິງແຂວງ ແລະ ຂັ້ນເມືອງຂອງແຂວງ ຄຳມ່ວນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ກຽນຕາ ວັນມະນາ ປະທານສະຫະພັນແມ່ຍິງແຂວງ ຄຳມ່ວນ ພ້ອມດ້ວຍການເຂົ້າຮ່ວມຂອງ ທ່ານ ນາງ ສຸດາລັກ ພູນສະຫວັດ ຮອງຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ, ມີປະທານ, ຮອງປະທານ ພ້ອມດ້ວຍພະນັກງານຂອງສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ ທັງ 10 ເມືອງ ແລະ ຄະນະທີມງານຄູຝຶກຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງສະຫະພັນແມ່ຍິງຂັ້ນແຂວງ ແລະ ເມືອງ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ໃນເບື້ອງຕົ້ນ ລວມທັງວິທີການໃນການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ລວມທັງການປະສານງານກັບພາກສ່ວນກ່ຽວຂ້ອງເພື່ອຮັບປະກັນຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ແລະ ຜູ້ຖືກເຄາະຮ້າຍໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອໄດ້ຢ່າງທັນການ. ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 02 ວັນ ໃນລະຫວ່າງວັນທີ 16-17 ມິຖຸນາ 2022 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ; ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 40 ທ່ານ, ຊາຍ 09 ທ່ານ.