ໂທລະສັບ 021 316253

ປະຫວັດຄວາມເປັນມາ

ຄວາມເປັນມາຂອງ ສະຫະພັນແມ່ຍິງ

ການກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ

ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະ ຫວັດສາດ ຂອງການປະຕິວັດລາວ, ນັບແຕ່ຫົວທີ ທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ, ຜັກກໍ່ໄດ້ເອົາໃຈໃສ່ຢ່າງ ຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖື ແມ່ຍິງເປັນພາກສ່ວນຫນຶ່ງໃນກໍາລັງແຮງ ທີ່ສໍາຄັນຂອງພັກ.

ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເຫມີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະ ນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານ ຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງຫນ່ວຍແມ່ ນັກຣົບຢູ່ຊົນນະບົດ, ຫນ່ວຍຍຸວັນນາລີ ຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະ ຫຍາຍຕົວນັບມື້ນັບກວ້າງຂວາງ.

ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຫນ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນ ກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປະຈຸບັນ) ແຕ່ງຕັ້ງຄະນະຫນ່ວຍ ຊຶ່ງປະກອບມີ 03 ທ່ານ ຄື:

1. ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ

2. ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ

3. ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ

ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການ ແມ່ຍິງທົ່ວປະເທດ, ຊຶ່ງໃນໄລຍະນັ້ນ ່ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນຫນ່ວຍຍຸວັນນາລີ, ຫນ່ວຍແມ່ນັກຣົບ, ຫນ່ວຍເອື້ອຍນັກຮົບ. 

 

ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານ ຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຫນ້າທີ່ການ ເມືອງ ຂອງພັກໃນແຕ່ລະໄລຍະ. ມາຮອດວັນທີ 06 ມັງກອນ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດໄດ້ໄຂຂື້ນ ແລະ ໄດ້ ຕົກລົງປ່ຽນຊື່ຈາກແນວລາວອິດສະຫຼະ ມາເປັນແນວລາວຮັກຊາດໃນເວລານັ້ນ, ກໍາມະການສູນກາງແນວລາວຮັກ ຊາດທັງຍິງ ແລະ ຊາຍຕ່າງກໍ່ສະຫນັບສະຫນູນໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງສະເພາະຂອງຕົນ ແລະ ໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າການຈັດຕັ້ງສະເພາະ ຂອງເພດຍິງ, ເພາະວ່າການຈັດຕັ້ງແມ່ຍິງຜ່ານມາແມ່ນຂຶ້ນກັບ ອົງການແນວໂຮມ, ແຕ່ອົງການແນວໂຮມພັດປະກອບດ້ວຍຫຼາຍຊັ້ນຄົນ, ມີອາຍຸກະສຽນແຕກຕ່າງກັນ ແລະ ສ່ວນ ຫຼາຍແມ່ນຜູ້ຊົງຄຸນວຸດທິ (ຫມາຍວ່າ: ແມ່ນຜູ້ມີອາຍຸສູງ ແລະ ມີຖານະບົດບາດໃນສັງຄົມ).

ດັ່ງນັ້ນ ໃນເດືອນ ມັງກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍແຕ່ງຕັ້ງ ຄະນະຫນ່ວຍຄົ້ນຄວ້າວຽກງານແມ່ຍິງຢູ່ສູນກາງເປັນຄະນະນໍາພາ ຄື: ທ່ານນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ແລະ ທ່ານນາງ ຄໍາແພງ ບຸບຜາ ເປັນຮອງ, ຈາກນັ້ນ ກໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກ ຊາດລົງສູ່ຮາກຖານ ເພື່ອປ່ຽນແທນຫນ່ວຍແມ່ນັກຮົບ, ຫນ່ວຍເອື້ອຍນັກຮົບ ແລະ ຫນ່ວຍຍຸວັນນາລີ ທີ່ໄດ້ຮັບການ ຈັດຕັ້ງ ແລະ ໄດ້ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ.

ພາລະບົດບາດຂອງສະຫະພັນ

ມີພາລະບົດບາດເປັນຕົວແທນໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທາໍຂອງສະມາຊິກສະຫະພັນແມ່ຍິງ, ແມ່ຍິງ-ເດັກນ້ອຍ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ ແລະ ສົ່ງເສີມຄວາມສະເຫມີ ພາບຍິງ-ຊາຍ, ຮັກສາ ແລະ ສົ່ງເສີມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ປຸກລະ ດົມແມ່ຍິງລາວ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ.

ສິດ ແລະ ຫນ້າທີ່ຂອງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງລາວ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:

1.  ຄົ້ນຄວ້າ, ສ້າງແຜນຍຸດທະສາດກ່ຽວກັບການພັດທະນາ, ການປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທາໍຂອງແມ່ຍິງ, ການສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມ ສະເຫມີພາບຍິງ-ຊາຍ ເພື່ອສະເຫນີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ພິຈາລະນາຮັບ ຮອງ;

2.  ສຶກສາອົບຮົມສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃຫ້ມີຄຸນສົມບັດສິນທໍາ ປະຕິວັດ, ມີນໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງ ເຜົ່າ ແລະ ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ;

3.  ປຸກລະດົມແມ່ຍິງເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ລະບຽບກົດ ຫມາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມ ຂັ້ນຂອງຕົນ;

4.  ປັບປຸງ, ຂະຫຍາຍການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ ໃຫ້ກວມເອົາທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃຫ້ຫນັກແຫນ້ນ ເຂັ້ມແຂງ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ;

5.  ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທາໍຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;

6.  ສະເຫນີສະມາຊິກສະຫະພັນແມ່ຍິງທີ່ມີມາດຕະຖານ ເງື່ອນໄຂ ເຂົ້າໃນອົງການຈັດຕັ້ງ ມະຫາຊົນອື່ນ, ການຈັດຕັ້ງຕ່າງໆ ແລະ ບັນຈຸສັບຊ້ອນເຂົ້າໃນຕໍາແຫນ່ງຄຸ້ມຄອງ, ນ ໍາພາແຕ່ລະຂັ້ນ;

7.  ປະກອບຄາໍເຫັນຕໍ່ແນວທາງ ນະໂຍບາຍ, ລະບຽບກົດຫມາຍ, ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ເປັນຕົ້ນ ບັນຫາທີ່ກ່ຽວພັນເຖິງແມ່ຍິງ ແລະ ເດັກນ້ອຍ;

8.  ປະຕິບັດສິດ ແລະ ຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດຫມາຍ.

ຫຼັກການກ່ຽວກັບວຽກງານແມ່ຍິງ

ວຽກງານແມ່ຍິງ ໃຫ້ເຄື່ອນໄຫວບົນພື້ນຖານຫຼັກການ ດັ່ງນີ້:

1.  ເຄົາລົບ ແລະ ປະຕິບັດລັດຖະທາໍມະນູນ, ກົດຫມາຍ ແລະ ກົດລະບຽບຂອງສະຫະພັນ ແມ່ຍິງລາວ;

2.  ຮັບປະກັນ ຄວາມສະເຫມີພາບ ຍິງ-ຊາຍ ແລະ ການເຊື່ອມທັດສະນະບົດບາດ ຍິງ-ຊາຍ ໃນທຸກຂົງເຂດວຽກງານ;

3.  ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ;

4.  ຕື່ນຕົວ ສະຫມັກໃຈ ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ;

5.  ປະສານສົມທົບກັບແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອື່ນ, ອົງການຈັດຕັ້ງ ສັງຄົມ ແລະ ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ໃນການພັດທະນາ, ສົ່ງເສີມຄວາມກ້າວຫນ້າ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທາໍຂອງແມ່ຍິງ-ເດັກນ້ອຍ.

ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນ ຮ່ວມມື ກັບຕ່າງປະເທດ ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ແມ່ຍິງ ດ້ວຍການແລກປ່ຽນບົດຮຽນ, ການຝຶກອົບຮົມ, ການຄົ້ນຄວ້າວິທະຍາສາດ ເພື່ອພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທາໍຂອງ ແມ່ຍິງ-ເດັກນ້ອຍ, ການປະຕິບັດສິດສະເຫມີ ພາບຍິງ-ຊາຍ, ການປະຕິບັດຖະແຫຼງການ, ສົນທິສັນຍາ, ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.