ສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຈັດພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2023 ຄົບຮອບ 113 ປີ

Mar 6, 2023 | ຂ່າວສານ ແລະ ກິດຈະກຳ

ສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຈັດພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2023 ຄົບຮອບ 113 ປີ (08 ມີນາ 1910 – 08 ມີນາ 2023) ໃນຕອນເຊົ້າວັນທີ 04 ມີນາ 2023, ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາໃຊ້ດີຈິຕອນສໍາລັບທຸກຄົນ: ການໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ” (DigitALL: Innovation and Technology for Gender Equality); ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນ. Mariam A. Khan ຜູ້ຕາງໜ້າອົງການ ສະຫະປະຊາຊາດກອງທຶນສໍາລັບປະຊາກອນປະຈໍາ ສປປ ລາວ (UNFPA) ແລະ ທ່ານ ດຣ. ນ. ຜາສຸກ ວົງວິຈິດ ປະທານສະຫະພັນແມ່ຍິງ, ຜູ້ຊ່ວຍຄະນະລັດຖະມົນຕີກະຊວງສາທາລະນະສຸກ; ມີ ຫົວໜ້າກົມ, ຮອງກົມ, ຫົວໜ້າສູນ, ຮອງສູນ, ຫົວໜ້າສະຖາບັນ, ຮອງສະຖາບັນ, ອະທິການບໍດີ, ຮອງອະທິການບໍດີ ມວສ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ 05 ໂຮງໝໍ ສູນກາງ, ຜູ້ອຳນວຍການ, ຮອງຜູ້ອຳນວຍການລັດວິສາສະກິດໂຮງງານຜະລິດຢາເລກ 02 ແລະ ເລກ 03, ຜູ້ອຳນວຍການໂຮງຮຽນ, 03 ອົງການຈັດຕັ້ງມະຫາຊົນ ກຳມະບານ, ຊາວໜຸ່ມ ພ້ອມດ້ວຍສະມາຊິກທັງໝົດ ຈາກ 34 ພາກສ່ວນອ້ອມຂ້າງກະຊວງສາທາລະນະສຸກ ແລະ ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.