3 ອົງການຈັດຕັ້ງມະຫາຊົນ ຂອງ ສູນກາງສະຫະພັນແມ່ຍິງລາວ​ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວຽກງານ 3 ອົງການຈັດຕັ້ງມະຫາຊົນ

Jul 6, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ນະຄອນຫຼວງວຽງຈັນ

ໂດຍການເປັນປະທານຂອງ ທ່ານ ນ. ສິລິກິດ ບຸບຜາ ຄະນະບໍລິຫານງານພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ມີຄະນະສະຫະພັນແມ່ຍິງສໍານັກ,​ ຄະນະສະຫະພັນກໍາມະບານ, ຄະນະໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະໜ່ວຍຮາກຖານກຳມະບານ,​ ແມ່ຍິງ ແລະ​ຊາວໜຸ່ມປະຊາຊົນປະຕິວັດລາວຈາກຫ້ອງການ, ກົມ, ສູນ,​ ຫ້ອງການ​ກອງເລຂາ​ ຄຊກມດ ແລະ​ ລັດວະສາຫະກິດຝ້າຍລາວ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານແນະນຳວຽກງານສະຫະພັນກຳມະບານ ໂດຍສະເພາະເນື້ອໃນຂໍ້ແຂ່ງ​5 ເປັນເຈົ້າ, ວຽກງານ​ 3 ດີ ຕິດພັນກັບວຽກງານ 3 ສ້າງ​ ແລະ​ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ.