ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳພາ-ຄຸ້ມຄອງ ເພດຍິງ

Mar 14, 2024 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ວັນທີ 14 ມີນາ 2024 ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳພາ-ຄຸ້ມຄອງ ເພດຍິງ ໃນວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ; ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ນ. ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ຮອງປະທານຄະນະຮັບຜິດຊອບຊີ້ນໍາວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ; ມີຕາງໜ້າຈາກຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການຈັດຝຶກອົບຮົມຄັ້ງນີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂອງ ສສຍລ ເວົ້າລວມ ເວົ້າສະເພາະວຽກງານລວມສູນເຂົ້າສູ່ລວງເລິກ ທີ່ຕິດແທດກັບວຽກງານຕົວຈິງ; ໂດຍສະເພາະວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສສຍລ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ການຝຶກອົບຮົມຄັ້ງນີ້ ທ່ານ ໄຊຍະພອນ ສີຈໍາປາ ຮອງຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ພ້ອມດ້ວຍຄະນະ ໄດ້ນໍາສະເໜີກ່ຽວກັບການກໍາເນີດ ແລະ ການຂະຫຍາຍຕົວຂອງວຽກງານສະດຸດີ(ຍ້ອງຍໍ), ວຽກງານການແຂ່ງຂັນ ແລະ ວຽກງານຍ້ອງຍໍ. ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນ, ຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານດັ່ງກ່າວ.