ບົດຄໍາເຫັນຮ່ວມ ການວາງແຜນຄອບຄົວ ເປັນການລົງທຶນທີ່ກຸ້ມຄ່າ ເພື່ອອະນາຄົດອັນສົດໃສຂອງ ສປປ ລາວ

Apr 1, 2024 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ບົດຄໍາເຫັນຮ່ວມ

ການວາງແຜນຄອບຄົວ ເປັນການລົງທຶນທີ່ກຸ້ມຄ່າ ເພື່ອອະນາຄົດອັນສົດໃສຂອງ ສປປ ລາວ

ໂດຍ: ທ່ານ ດຣ.ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ

  ທ່ານ ດຣ ບາກທິຢໍ ຄາດິເຣິບ(Dr. Bakhtiyor Kadyrov), ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນປະຊາກອນປະຈຳ ສປປ ລາວ

ທ່ານ ນາງ ສຸມິຕາ ບາເນີຈີ(Sumita Banerjee), ຜູ້ອໍານວຍການ ໜ່ວຍງານວາງແຜນຄອບຄົວອາຊີ ແລະ ປາຊີຟິກ FP 2030

 

ສິ່ງທີ່ແມ່ຍິງ, ເດັກຍິງ ແລະ ໄວຫນຸ່ມຕ້ອງການ ເປັນສິ່ງທີ່ສໍາຄັນ. ເຂົາເຈົ້າຕ້ອງການເລືອກອະນາຄົດຂ ອງຕົວເອງດ້ວຍຕົວເອງ ພ້ອມທັງໄດ້ໃຊ້ສິດ ທິຂອງຕົນເອງ.

ສິດ​ທິ​ມະ​ນຸດ​ຂັ້ນ​ພື້ນ​ຖານ ​ແມ່ນ​ການ​ມີທາງເລືອກຂອງຕົນເອງໂດຍຊາບຂໍ້ມູນ ເພື່ອກ້າວໄປສູ່ການເປັນເຈົ້າຂອງ​ຮ່າງ​ກາຍຕົນເອງ.

ສິດທິມະນຸດຂັ້ນພື້ນຖານ ແມ່ນການໄດ້ຕັດສິນໃຈດ້ວຍຕົນເອງວ່າ ຈະມີລູກ ຫຼື ບໍ່, ມີລູກຈັກຄົນ ແລະ ໄລຍະຫ່າງໃນການມີລູກແຕ່ລະຄົນດົນປານໃດ.

ສິດທິ​ມະນຸດຂັ້ນ​ພື້ນຖານ ​ແມ່ນການ​ໄດ້​ຮັບ​ການ​ດູ​ແລ ​ແລະ ​ໃຫ້​ຄຳ​ປຶກສາ ບໍ່​ວ່າ​ແມ່ຍິງ ​ແລະ ໄວ​ໜຸ່ມ​ຈະ​ດຳລົງ​ຊີວິດ​ຢູ່ໃສ, ມາຈາກ​ຊົນ​ເຜົ່າໃດ ຫຼື ​ເປັນ​ເພດໃດ​.

ການວາງແຜນຄອບຄົວທີ່ປອດໄພ ແລະ ສະໝັກໃຈ ເປັນສິດທິພື້ນຖານຂອງມະນຸດ. ການວາງແຜນຄອບຄົວທີ່ປອດໄພ ແລະ ສະໝັກໃຈ ເປັນໃຈກາງຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ. ເພື່ອຮັບປະກັນໃຫ້ສິດທິພື້ນຖານດັ່ງກ່າວບັນລຸຜົນເປັນຈິງໃນ ສປປ ລາວ,  ສປປ ລາວ ໄດ້ມີວິໄສທັດຄື: ເລັ່ງລັດຄວາມຄືບໜ້າທີ່ມີໃນປັດຈຸບັນ ໄປສູ່ ການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງໄວໜຸ່ມ ທົ່ວປວງຊົນ ພາຍໃນປີ 2030.

ການວາງແຜນຄອບຄົວທີ່ອີງໃສ່ສິດທິ ແມ່ນການລົງທຶນທີ່ກຸ້ມຄ່າທີ່ສຸດ ທີ່ສາມາດສະຫນອງຜົນປະໂຫຍດດ້ານສຸຂະພາບ, ສັງຄົມ ແລະ ເສດຖະກິດໃນວົງກວ້າງ ໃຫ້ແກ່ແມ່ຍິງ ແລະ ເດັກຍິງ ພ້ອມທັງຄອບຄົວ ແລະ ຊຸມຊົນຂອງພວກເຂົາ ລວມໄປເຖິງປະເທດຊາດໂດຍລວມ. ຕົວຢ່າງ: ການວິເຄາະກ່ຽວກັບການລົງທຶນທີ່ດໍາເນີນ ໃນ ສປປ ລາວ ໄດ້ຄາດຄະເນໄວ້ວ່າ ເງິນທຸກໆ 1 ໂດລາທີ່ລົງທຶນເຂົ້າໃນການວາງແຜນຄອບຄົວ, ຈະໄດ້ຜົນປະໂຫຍດກັບຄືນຕໍ່ຄອບຄົວ ແລະ ສັງຄົມປະມານ 33.6 ໂດລາ (ຫົວຂໍ້ເອກະສານPrioritizing Health Investments for Human Capital Development, September 2022, UNFPA Lao PDR). ການວິເຄາະການລົງທຶນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຈັດສັນງົບປະມານເພີ່ມຂຶ້ນ ແລະ ຍືນຍົງ ສໍາລັບວຽກງານຂໍ້ມູນ ແລະ ການບໍລິການດ້ານການວາງແຜນຄອບຄົວ ພ້ອມທັງຮັບປະກັນໃຫ້ມີການບໍລິການໃນຂອບເຂດທົ່ວປະເທດ ສາມາດປ້ອງກັນການຖືພາໂດຍບໍ່ຕັ້ງໃຈໄດ້ເຖິງ 1,044,888 ກໍລະນີ. ການຫຼຸດຈໍານວນການຖືພາໂດຍບໍ່ຕັ້ງໃຈ ຄາດວ່າສາມາດຫຼຸດຜ່ອນ ຄ່າໃຊ້ຈ່າຍດ້ານສຸຂະພາບອື່ນໆ ພ້ອມທັງສ້າງຜົນປະໂຫຍດທາງດ້ານເສດຖະກິດໄດ້ ເຊິ່ງເກີດຈາກການມີກໍາລັງແຮງງານເພີ່ມຂຶ້ນ, ໄວໜຸ່ມໄດ້ສືບຕໍ່ຮຽນໜັງສືໃນໂຮງຮຽນ, ແລະ ແມ່ຍິງມີລາຍຮັບຕະຫຼອດຊີວິດເພີ່ມຂຶ້ນ. ດັ່ງນັ້ນ, ການວາງແຜນຄອບຄົວ ຊ່ວຍເຮັດໃຫ້ເດັກຍິງຍັງສືບຕໍ່ຮຽນໜັງສືໃນໂຮງຮຽນ, ຊ່ວຍໃຫ້ແມ່ຍິງເຂົ້າຮ່ວມໃນກໍາລັງແຮງງານ, ຊ່ວຍຫຼຸດຜ່ອນຄວາມທຸກຍາກໃນຄອບຄົວ, ປັບປຸງໂພຊະນາການ, ແລະ ຫຼຸດຜ່ອນຄວາມບໍ່ສະເຫມີພາບ.

ໃນປີ 1994, ສປປ ລາວ ເປັນ 1 ໃນ 179 ປະເທດ ທີ່ຢືນຢັນຄວາມໝາຍໝັ້ນແຫ່ງຊາດໃນການປະຕິບັດຕາມແຜນປະຕິບັດງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD POA)  ແລະ ຮັບຮູ້ວ່າ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງໄວໜຸ່ມ  – ລວມທັງການວາງແຜນຄອບຄົວທີ່ອີງໃສ່ສິດທິ – ເປັນເງື່ອນໄຂເບື້ອງຕົ້ນເພື່ອບັນລຸການ ພັດທະນາທີ່ຍືນຍົງ​. ICPD PoA ໄດ້ປ່ຽນມຸມມອງຂອງໂລກຕໍ່ປະຊາກອນ ແລະ ບັນຫາທີ່ກ່ຽວຂ້ອງກັບປະຊາກອນ, ໂດຍປ່ຽນຈາກການສຸມໃສ່ເປົ້າໝາຍຕົວເລກປະຊາກອນ ໄປສູ່ຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ ແລະ ສິດທິຂອງແມ່ຍິງ, ຜູ້ຊາຍ, ເດັກຍິງ ແລະ ເດັກຊາຍ. ICPD PoA ມີເປົ້າມາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ໃນການມີທາງເລືອກໃນຊີວິດຂອງເຂົາເຈົ້າ ພ້ອມທັງຮັບປະກັນວ່າ ພໍ່ແມ່, ອ້າຍ ແລະ ນ້ອງຊາຍ, ຄູ່ສົມລົດ ແລະ ຊຸມຊົນ ໃຫ້ການສະຫນັບສະຫນູນ, ມີຄວາມເຂົ້າໃຈ ແລະ ເປັນທີມດຽວກັນກັບເຂົາເຈົ້າ.

ນັບຕັ້ງແຕ່ມີການຮັບຮອງ ICPD PoA ໃນປີ 1994, ສປປ ລາວ, ຮ່ວມມືກັບ UNFPA, ໄດ້ເຮັດວຽກເພື່ອປັບປຸງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານການປັບປຸງຄຸນນະພາບຂອງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ, ເສີມຂະຫຍາຍການນໍາພາຂອງແມ່ຍິງ ແລະ ເດັກຍິງ, ສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນ ແລະ ໄວຫນຸ່ມ ພ້ອມທັງລົງທຶນໃນຂໍ້ມູນເພື່ອການພັດທະນາ ເພື່ອຮັບປະກັນສິດ ແລະ ທາງເລືອກຂອງທຸກຄົນ ແລະ ບໍ່ປະໃຜໄວ້ຂ້າງຫຼັງ. ນັບຕັ້ງແຕ່ນັ້ນມາ, ສປປ ລາວ ໄດ້ມີຄວາມຄືບໜ້າຫຼາຍໃນດ້ານການຫຼຸດອັດຕາສ່ວນປະຊາກອນທີ່ດຳລົງຊີວິດຕໍ່າກວ່າເສັ້ນຄວາມທຸກຍາກແຫ່ງຊາດລົງ ຈາກ 48 ສ່ວນຮ້ອຍ ໃນປີ 1990 ມາເປັນ 18.3 ສ່ວນຮ້ອຍ ໃນປີ 2018-2019 ແລະ ອັດຕາສ່ວນການຕາຍຂອງແມ່ກໍຫຼຸດລົງຈາກ 530 ຕໍ່ 100,000 ການເກີດມີຊີວິດໃນປີ 2000 ເປັນ 126 ຕໍ່ 100,000 ການເກີດມີຊີວິດໃນປີ 2020. ໃນປີ 2023 ການຝາກທ້ອງ ແລະ ການເກີດທີ່ມີແພດຊ່ວຍເກີດ ໄດ້ຮັບການປັບປຸງດີຂຶ້ນ, ໂດຍ 79.8 ສ່ວນຮ້ອຍຂອງການເກີດ ມີແພດຊ່ວຍເກີດ.

ສິ່ງສໍາຄັນທີ່ຕ້ອງການເນັ້ນຢໍ້າແມ່ນວ່າ ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ສືບຕໍ່ຢືນຢັນຄໍາໝາຍໝັ້ນໃນກອງປະຊຸມສຸດຍອດໄນໂຣບີ (ICPD25) ໃນປີ 2019. ສ ປປ ລາວ ໄດ້ຢັ້ງຢືນ ຄໍາໝາຍໝັ້ນທີ່ກ້າຫານ ແລະ ໜັກແໜ້ນ ຜ່ານຄະນະຜູ້ແທນທົ່ວປະເທດ ທີ່ຈະເລັ່ງລັດ ຄວາມກ້າວໜ້າໃນດ້ານສຸຂະພາບທາງເພດ ສຸຂະພາບຈະເລີນພັນ ແລະ ສິດທິຂອງໄວໜຸ່ມ, ການວາງແຜນຄອບຄົວ ແລະ ການສ້າງຄວາມເຂັ້ມແຂງຂອງໄວໜຸ່ມ,  ສົ່ງເສີມຂໍ້ມູນເພື່ອການພັດທະນາ ແລະ ແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ, ລວມທັງການແຕ່ງງານໃນເດັກ.

ປັດຈຸບັນ ສປປ ລາວ ພວມຢູ່ໃນການຫັນປ່ຽນທາງດ້ານປະຊາກອນຢ່າງໄວວາ ກໍຄື ອັດຕາສ່ວນຂອງປະຊາກອນໃນໄວເຮັດວຽກກໍາລັງເພີ່ມຂຶ້ນ ແລະ ສ່ວນແບ່ງຂອງປະຊາກອນຜູ້ສູງອາຍຸກໍຫຼຸດລົງ, 60 ສ່ວນຮ້ອຍ ຂອງປະຊາກອນທັງໝົດແມ່ນມີອາຍຸຕໍ່າກວ່າ 30 ປີ. ​ການຫັນປ່ຽນທາງດ້ານປະຊາກອນນີ້ ເປັນໂອກາດຄັ້ງ​ໜຶ່ງດຽວແຫ່ງຍຸກສະໄໝ​ຂອງລາວ ເພື່ອໃຫ້ລາວໄດ້​ຍາດແຍ່ງຜົນ​ປະ​ໂຫຍ​ດຈາກ​ການ​ເຕີບ​ໂຕ​ເສດຖະກິດ​​ໃນ​ສອງ​ທົດ​ສະ​ວັດ​ຂ້າງ​ໜ້າ. ແຕ່ຜົນໄດ້ຮັບທາງດ້ານປະຊາກອນ ນະປັດຈຸບັນເປັນພຽງແຕ່ທ່າແຮງ, ໝາຍວ່າຍັງບໍ່ໄດ້ຮັບປະກັນໄດ້ວ່າຈະບັນລຸຜົນເປັນຈິງ. ສະນັ້ນ ເພື່ອໃຫ້ບັນລຸຜົນເປັນຈິງ ສ ປປ ລາວ ຍັງຕ້ອງການລົງທຶນແບບຍືນຍົງ ໂດຍແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໃນດ້ານການສຶກສາ ແລະ ສຸຂະພາບ, ໂດຍສະເພາະແມ່ນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ, ລວມໄປເຖິງ ການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ ແລະ ໄວຫນຸ່ມ, ເພາະນີ້ເປັນສ່ວນຫນຶ່ງໃນການ​ພັດ​ທະ​ນາ​ຊັບສິນດ້ານມະນຸດ​.

ການບັນລຸຜົນໄດ້ຮັບທາງດ້ານປະຊາກອນນີ້ ຈະເປັນໄປໄດ້ຈິງ ຖ້າພວກເຮົາສະໜອງການສຶກສາ, ສ້າງຄວາມເຂັ້ມແຂງ, ສະຫນັບສະຫນູນເຍົາວະຊົນ ແລະ ໄວຫນຸ່ມຈາກທຸກພື້ນຖານ ພ້ອມທັງຮັບປະກັນໃຫ້ພວກເຂົາ ສາມາດເຂົ້າເຖິງໂອກາດການສຶກສາ, ສຸຂະພາບ ແລະ ໂອກາດໃນການສ້າງຄວາມເຂັ້ມແຂງທີ່ເທົ່າທຽມກັນ. ຕົວຢ່າງ: ສະໜັບສະໜູນເດັກຍິງ ແລະ ເດັກຊາຍ ເລື່ອນການຖືພາ ແລະ ການແຕ່ງງານອອກໄປຈົນກວ່າເຂົາເຈົ້າເປັນໄວໜຸ່ມ, ຊ່ວຍໃຫ້ພວກເຂົາມີທັກສະ ແລະ ຄວາມສາມາດ, ຂະຫຍາຍການເຂົ້າເຖິງເພດສຶກສາຮອບດ້ານ ແລະ ການບໍລິການສຸຂະພາບຈະເລີນພັນທີ່ເປັນມິດກັບໄວໜຸ່ມ. ສິ່ງເຫຼົ່ານີ້ແມ່ນເງື່ອນໄຂເບື້ອງຕົ້ນທີ່ຈຳເປັນສຳລັບເຍົາວະຊົນ ແລະ ໄວໜຸ່ມ ທັງຍິງ ແລະ ຊາຍ ໃຫ້ສືບຕໍ່ຮຽນໜັງສືໃນໂຮງຮຽນ, ທັບມ້າງຄວາມເຊື່ອ ແລະ ບັນທັດຖານທາງສັງຄົມທີ່ຜິດ, ປະຕິເສດການເພິ່ງພາອາໄສຄົນອື່ນ ແລະ ການຖືກລ່ວງລະເມີດ, ເຂົ້າເຖິງວຽກງານທໍາທີ່ດີ ແລະ ທ້າຍທີ່ສຸດ ໃຫ້ເຂົາເຈົ້າຮັບຮູ້ເຖິງຄວາມສາມາດຂອງຕົນໄດ້ຢ່າງເຕັມທີ່ ໃນການສະຫນັບສະຫນູນການພັດທະນາເສດຖະກິດ – ສັງຄົມຂອງປະເທດ.

ການເລັ່ງຄວາມຄືບໜ້າໄປສູ່ ການຢຸດຕິການວາງແຜນຄອບຄົວທີ່ບໍ່ໄດ້ຮັບການຕອບສະໜອງສາມາດທັງປະກອບສ່ວນ ແລະ ເປັນຜົນມາຈາກການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເປັນຜົນທີ່ຮັບມີຄຸນຄ່າໃນຕົວມັນເອງ ພ້ອມທັງ ເປັນປັດໄຈສຳຄັນໃນການພັດທະນາເສດຖະກິດ. ເມື່ອແມ່ຍິງ ແລະ ຜູ້ຊາຍ, ເດັກຍິງ ແລະ ເດັກຊາຍ ມີກຽດສັກສີ ແລະ ສິດທິມະນຸດ ເພື່ອຂະຫຍາຍຄວາມອາດສາມາດ, ມີການປະກັນສຸຂະພາບຈະເລີນພັນ, ທາງເລືອກ ແລະ ສິດທິ ເພື່ອບັນລຸທ່າແຮງຂອງຕົນຢ່າງເຕັມທີ່, ສປປ ລາວ ຈະຜ່ານອີກບາດກ້າວສໍາຄັນ ໃນການໄດ້ຮັບຜົນປະໂຫຍດຈາກການມີປະຊາກອນໄວໜຸ່ມ ແລະ  ແຮງງານໄວໜຸ່ມຈໍານວນຫຼາຍ.

ການ​ແກ້​ໄຂ​ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ ​ແມ່ນ​​ຄວາມ​ພະຍາຍາມ​ຮ່ວມ​ກັນ​ແລະ ສຸມ​ໃສ່​ປັບປຸງ​ຄຸນ​ນະພາ​ບການ​ດູ​ແລດ້ານ​ການ​ວາງ​ແຜນ​ຄອບຄົວ, ການ​ລົງທຶນ​ດ້ານ ​ ທັກສະຄວາມ​ສາມາດ ​ແລະ ຂໍ້​ມູນ​ຂອງບຸກຄະລາກອນການແພດ  ພ້ອມທັງເສີມ​ຂະຫຍາຍ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ຜະລິດຕະພັນ​ການ​ວາງ​ແຜນ​ຄອບຄົວ​ລະດັບ​ຊາດ, ​ເພີ່ມ​ທະວີ​ການ​ເປັນ​ຜູ້ນຳ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ແລະ ຄວາມເປັນເຈົ້າການຕົນເອງ, ເຕົ້າໂຮມການມີສ່ວນຮ່ວມຂອງຜູ້​ຊາຍ ແລະ ເດັກຊາຍ​​, ເຊື່ອມສານການວາງແຜນຄອບຄົວເຂົ້າໃນວຽກງານສຸຂະພາບທົ່ວປວງຊົນ, ຮັບປະກັນການມີຊັບພະຍາກອນທີ່ຍືນຍົງ, ແລະ ເຂົ້າໃຫ້ເຖິງເຍົາວະຊົນ ແລະ ໄວໜຸ່ມ.

ການຂະຫຍາຍການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງຂໍ້ມູນການວາງແຜນຄອບຄົວ ແລະ ການບໍລິການ ເປັນການລົງທຶນທີ່“ໄດ້ຮັບໄຊຊະນະໄວ”ແລະ ຄຸ້ມຄ່າ ຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງເປັນໄຊຊະນະໄວ ທີ່ສາມາດສ້າງຜົນໄດ້ຮັບທີ່ເຫັນໄດ້ຊັດເຈນ ໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃນໄລຍະສັ້ນ ແລະ ໄລຍະຍາວ.

ສປປ ລາວ ຢືນຢັນຄືນຄໍາໝາຍໝັ້ນຂອງຕົນຕໍ່ກັບວາລະ ICPD ທີ່ຍັງບໍ່ທັນສຳເລັດ ແລະ ສືບຕໍ່ການຮ່ວມມືໃນທົ່ວໂລກກ່ຽວກັບການວາງແຜນຄອບຄົວ 2030 (FP2030) ເພື່ອ:

  • ສົ່ງເສີມການຄຸມກຳເນີດ ໂດຍການປັບປຸງການເຂົ້າເຖິງລະບົບສຸຂະພາບທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງເຍົາວະຊົນ ແລະ ໄວໜຸ່ມ.
  • ຮັບປະກັນໃຫ້ມີການບໍລິການທີ່ເປັນມິດຕໍ່ໄວໜຸ່ມທີ່ມີຄຸນນະພາບ ແລະ ປອດໄພ ພ້ອມທັງມີຂໍ້ມູນ ແລະ ການບໍລິການ ການວາງແຜນຄອບຄົວ ເພື່ອຫຼຸດຜ່ອນຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງຂອງເຍົາວະຊົນ ແລະ ໄວໜຸ່ມອາຍຸ 15-24 ປີ ໃຫ້ເຫຼືອ 12 ສ່ວນຮ້ອຍໃນປີ 2030.
  • ເພີ່ມການມີຢາຄຸມກຳເນີດ ແລະ ຜະລິດຕະພັນຄຸມກໍາເນີດຈາກ 53 ສ່ວນຮ້ອຍ ເປັນ 100 ສ່ວນຮ້ອຍ.
  • ເພີ່ມກອງທຶນວາງແຜນຄອບຄົວເພື່ອສະໜັບສະໜູນການມີຜະລິດຕະພັນຄຸມກໍາເນີດໃນຊຸມຊົນ ແລະ ຂັ້ນຮາກຖານ.

ລັດຖະບານແຫ່ງ ສປປ ລາວ ໂດຍຜ່ານກະຊວງສາທາລະນະສຸກ ຈະມຸ່ງໝັ້ນເຂົ້າໄປໃຫ້ເຖິງກຸ່ມຄົນທີ່ເຂົ້າເຖິງຍາກທີ່ສຸດ ເພື່ອຮັບປະກັນໃຫ້ຊຸມຊົນຫ່າງໄກສອກຫຼີກໄດ້ຮັບການບໍລິການທີ່ດີຂຶ້ນ ດ້ວຍການສະໜອງອຸປະກອນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເພື່ອຫຼຸດຜ່ອນຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ ຂອງກຸ່ມທີ່ຍັງບໍ່ທັນແຕ່ງງານ. ວຽກງານຈຸດສຸມອື່ນໆ ລວມມີການເຊື່ອມສານການບໍລິການວາງແຜນຄອບຄົວເຂົ້າໃນວຽກງານສຸຂະພາບແມ່, ສຸຂະພາບເດັກ ແລະ ໂພຊະນາການທີ່ກວ້າງຂວາງ ລວມທັງການຝຶກອົບຮົບຜະດຸງຄັນ ເພື່ອໃຫ້ສະໜອງບໍລິການວາງແຜນຄອບຄົວ, ເພີ່ມການມີສ່ວນຮ່ວມຂອງເພດຊາຍໃນລະດັບຊຸມຊົນ, ຂະຫຍາຍການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ແລະ ການໃຫ້ຄຳປຶກສາຄູ່ຮັກ, ເພີ່ມທະວີການມີສ່ວນຮ່ວມຂອງພາກເອກະຊົນ​ແລະ ຮັບປະກັນ​ການ​ສະໜອງ​ຜະລິດຕະພັນສຸຂະພາບຈະເລີນ​ພັນ​ທຸກ​ຂັ້ນ, ​ໂດຍ​ສຸມ​ໃສ່​ສຸກ​ສາລາ.

ພວກເຮົາມີພາລະກິດທີ່ຍັງບໍ່ສໍາເລັດຮ່ວມກັນ. ສະນັັ້ນ ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນດ້ວຍຄວາມ​ຮີບ​ດ່ວນ ​ແລະ ຍຶດ​ເອົາ​ທຸກ​ໂອກາດ​ເພື່ອ​ບັນລຸ​ວິ​ໄສ​ທັດ​ທີ່ກວມເອົາທຸກຄົນ, ມີຄວາມຍຸຕິ​ທຳ ​ແລະ ຍືນ​ຍົງ​ ຂອງ ICPD, ເພື່ອສ້າງ​ຜົນ​ປະ​ໂຫຍ​ດ​ຂອງ​ການ​ວາງ​ແຜນ​ຄອບຄົວທີ່ເຫັນໄດ້ຊັດເຈນ.

ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນ ເພື່ອໃຫ້ໃນທຸກຄອບຄົວ ການຖືພາເປັນທາງເລືອກ, ບໍ່ແມ່ນເກີດຂຶ້ນໂດຍບັງເອີນ ຫຼື ຖືກບັງຄັບ ພ້ອມທັງ ສະໜັບສະໜູນແມ່ຍິງ ແລະ ເດັກຍິງ ຢູ່ທົ່ວທຸກແຫ່ງໃນ ສປປ ລາວ ໃຫ້ສາມາດຕັດສິນໃຈເລືອກໄດ້ຢ່າງຖືກຕ້ອງ ໃຫ້ແກ່ຕົນເອງໃນມື້ນີ້ ເພື່ອອະນາຄົດທີ່ດີຂຶ້ນໃນມື້ໜ້າ.