ກອງປະຊຸມຄະນະກໍາມາທິການວ່າດ້ວຍ ສະຖານະພາບຂອງແມ່ຍິງ ສະໄໝທີ 68 ທີ່ນິວຢອກ

Mar 19, 2024 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດທີ່ຄະນະຜູ້ແທນຂອງ ສສຍລ ເດີນທາງໄປເຂົ້າຮ່ວມກອງປະຊຸມຄະນະກໍາມາທິການວ່າດ້ວຍ ສະຖານະພາບຂອງແມ່ຍິງ ສະໄໝທີ 68 ທີ່ນິວຢອກ. ໃນຕອນເຊົ້າຂອງ ວັນທີ 13 ມີນາ 2024 ທ່ານ ນ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງ ພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ພ້ອມທັງປາຖະກະຖາ ມູນເຊື້ອຂອງວັນດັ່ງກ່າວ ທີ່ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ, ທີ່ນິວຢອກ, ສະຫະລັດອາເມລິກາ.