ໂທລະສັບ 021 316253

ເປັນຫຍັງແມ່ຍິງສ່ວນຫຼາຍຈຶ່ງທົນຕໍ່ການຖືກໃຊ້ຄວາມຮຸນແຮງ

Nov 29, 2023 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ, ເດັ່ນ

ເປັນຫຍັງແມ່ຍິງສ່ວນຫຼາຍຈຶ່ງທົນຕໍ່ການຖືກໃຊ້ຄວາມຮຸນແຮງ

 

ໂດຍການເຂົ້າໃຈສາເຫດພື້ນຖານຂອງຄວາມຮຸນແຮງຕໍ່ແມ່ຍິງຈະຊ່ວຍໃຫ້ພວກເຮົາສາມາດສ້າງຄວາມເຂັ້ມແຂງໃຫ້ແມ່ຍິງເພື່ອດໍາລົງຊີວິດທີ່ປັດສະຈາກຄວາມຮຸນແຮງແລະສ້າງສັງຄົມທີ່ປອດໄພສໍາລັບທຸກຄົນ!

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເປັນການລະເມີດສິດທິມະນຸດ ຢ່າງຮ້າຍແຮງ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມຜາສຸກ ແລະ ກຽດສັກສີຂອງແມ່ຍິງ ແລະ ເດັກຍິງ ແລະ ຜິດຕໍ່ກົດໝາຍ. ຍິ່ງໄປກວ່ານັ້ນ, ມັນຍັງຂັດຂວາງການພັດທະນາສັງຄົມ ແລະ ເສດຖະກິດຂອງປະເທດ ແລະ ພາກພື້ນ ນຳອີກດ້ວຍ.

ອີງຕາມການສໍາຫຼວດແຫ່ງຊາດ ປີ 2014, 1 ໃນ 3 ຂອງຈໍານວນແມ່ຍິງ ໃນ ສປປ ລາວ ໄດ້ປະສົບກັບຄວາມຮຸນແຮງທາງຮ່າງກາຍ, ທາງເພດ ຫຼື ທາງຈິດໃຈ ໂດຍຄູ່ຄອງທີ່ໃກ້ຊິດ ໃນໄລຍະໃດໜຶ່ງຂອງຊີວິດພວກເຂົາ. ເຖິງຢ່າງໃດກໍ່ຕາມ, ຫຼາຍກໍລະນີຂອງຄວາມຮຸນແຮງຕໍ່ແມ່ຍິງຍັງຄົງຖືກເຊື່ອງໄວ້ ແລະ ບໍ່ໄດ້ຮັບການແກ້ໄຂເນື່ອງມາຈາກຫຼາຍສາເຫດ.

ໃນບົດຄວາມນີ້ພວກເຮົາຈະມາຄົ້ນຄວ້າຊອກຫາສາເຫດທີ່ເປັນເລື່ອງສັບຊ້ອນເຮັດໃຫ້ແມ່ຍິງລາວທີ່ປະສົບກັບການຖືກໃຊ້ຄວາມຮຸນແຮງສ່ວນຫຼາຍບໍ່ກ້າອອກມາເວົ້າຫຼືຊອກຫາການຊ່ວຍເຫຼືອ, ລວມທັງຄໍາແນະນໍາທີ່ເປັນໄປໄດ້ບາງຢ່າງສໍາລັບຊຸກຍູ້ແລະໃຫ້ການຊ່ວຍເຫຼືອແມ່ຍິງຜູ້ລອດຊີວິດຈາກຄວາມຮຸນແຮງ.

ໜຶ່ງໃນຫຼາຍເຫດຜົນທີ່ຜູ້ຍິງລາວສ່ວນໃຫຍ່ທົນຢູ່ກັບຄວາມສຳພັນທີ່ມີຄວາມຮຸນແຮງແມ່ນຍ້ອນການເພິ່ງພາທາງດ້ານການເງິນ, ແມ່ຍິງເຫຼົ່ານີ້ອາດຮູ້ສຶກວ່າ ພວກເຂົາບໍ່ມີທາງເລືອກຢ່າງອື່ນນອກຈາກການທົນຢູ່ກັບຄວາມສຳພັນແບບນີ້. ເຫດຜົນອື່ນອາດລວມມີ ຄວາມຢ້ານຕໍ່ການຖືກຕອບໂຕ້ ຫຼື ແກ້ແຄ້ນ, ການຂາດການສະໜັບສະໜູນຈາກ ໝູ່ເພື່ອນ, ຄອບຄົວ ແລະ ສັງຄົມ, ຫຼື ບາງມາດຕະຖານທາງສັງຄົມທີ່ຂັດຂວາງແມ່ຍິງບໍ່ໃຫ້ໜີອອກຈາກຄວາມສຳພັນທີ່ມີຄວາມຮຸນແຮງນັ້ນ.

ນອກຈາກຄວາມຢ້ານຂອງແມ່ຍິງທີ່ປະສົບການຖືກໃຊ້ຄວາມຮຸນແຮງຈະສ່ຽງຕໍ່ການຖືກຕອບໂຕ້, ພວກເຂົາອາດຈະປະເຊີນກັບປັດໄຈອື່ນໆທີ່ເຮັດໃຫ້ພວກເຂົາບໍ່ສາມາດອອກຈາກວົງຈອນການຖືກໃຊ້ຄວາມຮຸນແຮງໄດ້ ເຫດຜົນເຫຼົ່ານີ້ສາມາດຖືກຈັດເປັນ 3 ປະເພດຫຼັກ ຄື: ປັດໄຈທາງດ້ານຈິດໃຈ, ສັງຄົມ ແລະ ເສດຖະກິດ.

ປັດໄຈທາງຈິດຕະວິທະຍາ

  1. ຄວາມຢ້ານກົວຕໍ່ການແກ້ແຄ້ນ: ຜູ້ກະທໍາຄວາມຮຸນແຮງມັກຈະໃຊ້ການຂົ່ມຂູ່ ຈະໃຊ້ຄວາມຮຸນແຮງ, ຄວາມຕາຍ, ຫຼືໃນຮູບແບບອື່ນໆທີ່ເປັນອັນຕະລາຍ ເພື່ອເຮັດໃຫ້ຜູ້ຖືກເຄາະຮ້າຍຢ້ານ, ສ້າງຄວາມຢ້ານກົວ ແລະ ກີດຂວາງບໍ່ໃຫ້ເຂົາເຈົ້າໜີ. ຄວາມຢ້ານນີ້ສາມາດຝັງເລິກໄດ້, ເຮັດໃຫ້ເປັນການຍາກສໍາລັບຜູ້ປະສົບໄພທີ່ຈະຫຼຸດພົ້ນໄດ້ເຖິງແມ່ນວ່າພວກເຂົາຈະຮັບຮູ້ເຖິງອັນຕະລາຍທີ່ພວກເຂົາປະເຊີນຢູ່ກໍຕາມ.
  2. ຄວາມນັບຖືຕົນເອງຕໍ່າແລະ ຄວາມຜູກພັນອັນເຈັບປວດ:ຄວາມສໍາພັນທີ່ມີການທໍາຮ້າຍຮ່າງກາຍ ມັກຈະທໍາລາຍຄຸນຄ່າຕົນເອງຂອງຜູ້ຖືກກະທຳ, ພາໃຫ້ເຂົາເຈົ້າເຊື່ອວ່າ ເຂົາເຈົ້າສົມຄວນຖືກທໍາຮ້າຍ ຫຼືບໍ່ສົມຄວນຈະໄດ້ຮັບການປະຕິບັດທີ່ດີ. ຄວາມເຊື່ອໝັ້ນໃນຕົວເອງທີ່ຕໍ່ານີ້ ອາດຈະເພີ່ມທະວີຂຶ້ນໂດຍ “ຄວາມຜູກພັນອັນເຈັບປວດ” ເຊິ່ງແມ່ນຄວາມຜູກພັນທີ່ຖືກສ້າງຂຶ້ນຈາກການບາດເຈັບ ຫຼື ຄວາມເຈັບປວດ ໂດຍການຖືກທຳຮ້າຍຮ່າງກາຍ ຫຼື ຈິດໃຈ ແບບຊໍ້າໄປຊໍ້າມາ ແຕ່ພັດມີໄລຍະເວລາດີໆບາງເວລາ ສະລັບກັນໄປມາ ອາດເຮັດໃຫ້ຜູ້ຖືກກະທຳຮູ້ສຶກຮັກ ແລະ ຜູກພັນ ຕ້ອງການເພິ່ງພາທາງດ້ານອາລົມແລະຈິດໃຈຈາກຜູ້ທີ່ກະທຳຄວາມຮຸນແຮງ. ສິ່ງນີ້ຍິ່ງເຮັດໃຫ້ຄວາມສາມາດຮັບຮູ້ທີ່ຈະໜີອອກໄປຈາກຄວາມສຳພັນນັ້ນສັບສົນຫຼາຍຂຶ້ນ.
  3. ການປະຕິເສດ ແລະ ຫຼູດລະດັບຄວາມຮຸນແຮງ: ແມ່ນວິທີຫຼີກລ້ຽງ ຫຼື ເຊຶ່ອງ ຜົນສະທ້ອນທີ່ແທ້ຈິງຂອງການຖືກໃຊ້ຄວາມຮຸນແຮງ. ຕົວຢ່າງ, ຄົນທີ່ຖືກຂົ່ມເຫັງໂດຍຄູ່ຄອງຂອງພວກເຂົາອາດຈະເວົ້າສິ່ງຕ່າງໆເຊັ່ນ “ມັນບໍ່ໄດ້ຮ້າຍແຮງຫຼາຍ”, “ລາວບໍ່ໄດ້ຕັ້ງໃຈຈະທໍາຮ້າຍຂ້ອຍ”, “ລາວຈະຕີຂ້ອຍແຕ່ເວລາລາວຄຽດ ຫຼື ເມົາ”, ຫຼື “ມັນເປັນຄວາມຜິດຂອງຂ້ອຍທີ່ເຮັດໃຫ້ລາວໂມໂຫ.” ຄໍາເວົ້າເຫຼົ່ານີ້ແມ່ນຕົວຢ່າງຂອງການປະຕິເສດ ແລະ ຫຼູດລະດັບຄວາມຮຸງແຮງ, ເພາະວ່າພວກເຂົາບໍ່ຫົວຊາ ຫຼື ຍອມຮັບ ພຶດຕິກໍາຂອງຜູ້ກະທຳຜິດ ແລະ ຜົນກະທົບຕໍ່ແມ່ຍິງທີ່ຖືກທຳຮ້າຍ.

ປັດໄຈທາງສັງຄົມ

  1. ການຂາດການສະໜັບສະໜູນ: ຜູ້ຖືກທໍາຮ້າຍມັກຈະຮູ້ສຶກໂດດດ່ຽວ ແລະ ດຽວດາຍ, ຢ້ານ ຖືກຕຳນິ ຫຼື ຄວາມບໍ່ເຊື່ອຖືຈາກໝູ່ເພື່ອນ ແລະ ຄອບຄົວ. ການຂາດການສະໜັບສະໜູນນີ້ ເປັນສາເຫດໜຶ່ງເຮັດໃຫ້ເຂົາເຈົ້າຍາກທີ່ຈະບອກຄົນອື່ນ ແລະ ສະແຫວງຫາການຊ່ວຍເຫຼືອ. ປ່ອຍປະໃຫ້ເຂົາຕົກຢູ່ໃນຄວາມສໍາພັນທີ່ເປັນພິດໂດຍບໍ່ມີເຄືອຂ່າຍສະໜັບສະໜູນ.
  2. ມາດຕະຖານທາງສັງຄົມ ແລະ ຄວາມອັບອາຍ: ໃນບາງຊຸມຊົນອາດມີການຕໍ່ຕ້ານການຢ່າຮ້າງ ຫຼື ການແຍກທາງກັນ ຖືວ່າເປັນເລື່ອງອັບອາຍ ເຊິ່ງເຮັດໃຫ້ແມ່ຍິງອາດປະເຊີນກັບຄວາມກົດດັນຈາກຊຸມຊົນຂອງພວກເຂົາໃຫ້ຢູ່ໃນຄວາມສໍາພັນຄວາມຮຸນແຮງຕໍ່ໄປ, ອາດຖືກປ່ອຍປະລະເລີຍ ແລະ ຂັດຂວາງຄວາມສາມາດໃນການສະແຫວງຫາການຊ່ວຍເຫຼືອ.
  3. ມີວົງສັງຄົມ ແລະ ລູກ ຮ່ວມກັນ: ການມີວົງການສັງຄົມ ແລະ ລູກຮ່ວມກັນ ອາດເຮັດໃຫ້ການຕັດສິນໃຈທີ່ຈະອອກຈາກຄວາມສໍາພັນທີ່ມີຄວາມຮຸນແຮງຍາກຂຶ້ນ. ຜູ້ຖືກກະທຳອາດຈະກັງວົນວ່າ ໝູ່ເພື່ອນ, ຄອບຄົວ ແລະ ລູກໆຂອງພວກເຂົາ ຈະມີປະຕິກິລິຍາ ແລະ ຮັບມື ກັບການແຍກທາງຂອງພວກເຂົາແນວໃດ. ພວກເຂົາອາດຈະຮູ້ສຶກລະອາຍໃຈ, ຮູ້ສຶກຜິດ ຫຼື ຮັບຜິດຊອບສະຫວັດດີພາບຂອງຄົນທີ່ພວກເຂົາຮັກ.

ປັດໄຈເສດຖະກິດ

  1. ການເພິ່ງພາທາງດ້ານການເງິນ: ການເພິ່ງພາທາງດ້ານການເງິນສາມາດດຶງຜູ້ປະສົບຄວາມຮຸນແຮງໃຫ້ຢູ່ໃນຄວາມສໍາພັນທີ່ມີຄວາມຮຸນແຮງ, ໂດຍສະເພາະຖ້າຫາກວ່າພວກເຂົາເຈົ້າຂາດວຽກເຮັດງານທໍາ ຫຼື ບໍ່ເປັນອິດສະຫຼະທາງການເງິນ. ຄວາມຢ້ານທີ່ຈະສູນເສຍຄວາມໝັ້ນຄົງທາງດ້ານການເງິນແລະທີ່ຢູ່ອາໄສສາມາດຂັດຂວາງບໍ່ໃຫ້ເຂົາເຈົ້າໜີ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າພວກເຂົາເຈົ້າຕົກຢູ່ໃນອັນຕະລາຍ.
  2. ຄວາມຈໍາກັດໃນການເຂົ້າເຖິງ ແຫຼ່ງຂໍ້ມູນຂ່າວສານ ແລະ ການບໍລິການຊ່ວຍເຫຼືອ: ໂດຍສະເພາະແມ່ຍິງທີ່ອາໄສໃນເຂດຫ່າງໄກສອກຫຼີກ ແມ່ນມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ແຫຼ່ງຂໍ້ມູນຂ່າວສານ ແລະ ການບໍລິການຊ່ວຍເຫຼືອ ເຊິ່ງຈະຂັດຂວາງຄວາມສາມາດໃນການຊອກຫາການຊ່ວຍເຫຼືອທາງດ້ານກົດຫມາຍ, ທີ່ພັກອາໄສ, ຫຼື ການບໍລິການໃຫ້ຄໍາປຶກສາ.

ເປັນຫຍັງຈຶ່ງຕ້ອງອອກມາຈາກຄວາມສຳພັນນັ້ນ?

ການອອກຈາກຄວາມສໍາພັນທີ່ມີຄວາມຮຸນແຮງແມ່ນມີຄວາມທ້າທາຍສະເໝີ, ແຕ່ມັນເປັນສິ່ງຈໍາເປັນ ເພື່ອຄວາມປອດໄພ ແລະ ການເປັນຢູ່ທີ່ດີຂຶ້ນຂອງຜູ້ລອດຊີວິດ. ຄວາມຮຸນແຮງອາດໜັກຂຶ້ນເມື່ອເວລາຜ່ານໄປ ເຊິ່ງບໍ່ມີໃຜຄາດເດົາໄດ້ມັນບໍ່ເຄີຍປອດໄພທີ່ຈະຢູ່ໃນຄວາມສໍາພັນທີ່ມີຄວາມຮຸນແຮງ. ເຖິງແມ່ນວ່າການຕັດສິນໃຈອອກຈາກຄວາມສຳພັນເປັນເລຶ່ອງບໍ່ງ່າຍ, ແຕ່ມັນອາດເປັນຫົນທາງດຽວເຮັດໃຫ້ຜູ້ລອດຊີວິດສາມາດກັບມາຄວບຄຸມຊີວິດຂອງເຂົາເຈົ້າເອງໄດ້, ສາມາດປິ່ນປົວ ແລະ ປົວແປງຈິດໃຈ ຈາກການບາດເຈັບ ແລະ ຄວາມທຸກທໍລະມານຈາກການຖືກໃຊ້ຄວາມຮຸນແຮງ, ເປັນຕົວຢ່າງທີ່ດີສໍາລັບລູກຂອງພວກເຂົາ, ແລະ ມີໂອກາດທີ່ຈະມີຄວາມສຸກ ແລະ ມີສຸຂະພາບທີ່ດີຂຶ້ນ. ຜູ້ລອດຊີວິດ ແລະ ແມ່ຍິງທຸກຄົນ ສົມຄວນທີ່ຈະດໍາລົງຊີວິດໂດຍປັດສະຈາກການໃຊ້ຄວາມຮຸນແຮງ, ພວກເຂົາມີກົດໝາຍປົກປ້ອງ ແລະ ແຫຼ່ງທີ່ສາມາດຊ່ວຍໃຫ້ພວກເຂົາບັນລຸເປົ້າໝາຍນີ້ໄດ້.

ຂໍ້ແນະນຳ ສຳລັບ ຜູ້ທີ່ພົບເຫັນເຫດການແມ່ຍິງຖືກທຳຮ້າຍ:

ບໍ່ຄວນຄິດເປັນເລຶ່ອງພາຍໃນຄອບຄົວ ເພາະແມ່ຍິງເຫຼົ່ານັ້ນ ອາດຖືກທໍລະມານມາດົນນານແລ້ວ, ຖ້າຖືກຂໍການຊ່ວຍເຫຼືອ, ໃຫ້ຮັບຟັງດ້ວຍຄວາມເຫັນອົກເຫັນໃຈ ແລະ ສະແດງຄວາມຫ່ວງໃຍທີ່ຈະຊ່ວຍເຫຼືອ. ຫຼີກລ້ຽງການຕັດສິນ ຫຼື ໂທດຜູ້ຖືກເຄາະຮ້າຍທີ່ປ່ອຍໃຫ້ໂຕເອງຖືກກະທຳ ເພາະການກ້າວອອກຈາກປັນຫາຂອງສາຍສໍາພັນທີ່ມີຄວາມຮຸນແຮງ ອາດເປັນເລື່ອງຍາກ ແລະ ຮຽກຮ້ອງຄວາມພະຍາຍາມສູງ. ສິ່ງທີ່ສຳຄັນ ຈະຕ້ອງໄດ້ຊຸກຍູ້ ແລະ ໃຫ້ກຳລັງໃຈ ຈົນກວ່າຜູ້ກ່ຽວຈະພ້ອມທີ່ຈະກ້າວອອກມາ ແລະ ຊ່ວຍຊຸກຍູ້ໃຫ້ຜູ້ປະສົບໄພລາຍງານຕໍ່ເຈົ້າໜ້າທີ່ຕໍາຫຼວດ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຖ້າຫາກສະຖານະການມີແນວໂນ້ມ ທີ່ຈະຮຸນແຮງຂຶ້ນ ແລະ ເປັນອັນຕະລາຍຫຼາຍຂຶ້ນ.

ຂໍ້ແນະນຳ ສຳລັບ ທ່ານທີ່ປະສົບກັບການຖືກໃຊ້ຄວາມຮຸນແຮງ:

ກ່ອນອື່ນໃຫ້ທ່ານເຂົ້າໃຈວ່າ ທ່ານບໍ່ໄດ້ຢູ່ໂດດດ່ຽວ, ມີຫຼາຍຄົນປະສົບບັນຫາດຽວກັນກັບທ່ານ ແລະ ມີແຫຼ່ງທີ່ສາມາດຊ່ວຍເຫຼືອທ່ານໄດ້. ຖ້າມີໂອກາດໃຫ້ທ່ານເລົ່າເລຶ່ອງໃຫ້ຄົນທີ່ທ່ານໄວ້ໃຈໄດ້ຟັງ ເຊິ່ງອາດແມ່ນ ໝູ່, ສະມາຊິກໃນຄອບຄົວ, ຄູ-ອາຈານ ຫຼື ຜູ້ໃຫຍ່ທີ່ທ່ານນັບຖື. ການໄດ້ໂອ້ລົມບັນຫາຈະຊ່ວຍໃຫ້ເຫັນຂັ້ນຕອນສິ່ງທີ່ຈະເກີດຂຶ້ນ ແລະ ໄດ້ຮັບການຊ່ວຍເຫຼືອ. ຖ້າທ່ານຕັດສິນໃຈທີ່ຈະອອກມາຈາກຄວາມສຳພັນທີ່ມີຄວາມຮຸນແຮງ, ສິ່ງທີ່ສຳຄັນທີ່ສຸດ ຄືໃຫ້ແນ່ໃຈວ່າ ທ່ານຈະຕ້ອງປອດໄພ ເຊິ່ງອາດຈະຕ້ອງມີການວາງແຜນ ຕົວຢ່າງ ຮູ້ຈັກສະຖານທີ່ ຫຼື ເຈົ້າໜ້າທີ່ ທີ່ສາມາດຊ່ວຍເຫຼືອທ່ານໄດ້ ເຊັ່ນ: ຫ້ອງການບ້ານ, ຫ້ອງການຕໍາຫຼວດ, ໂຮງໝໍນ້ອຍ, ສະຫະພັນແມ່ຍິງບ້ານ, ຫຼື ກຸ່ມບ້ານ ຫຼື ໂທຫາສາຍດ່ວນ 1362 ຫຼື ສາຍດ່ວນຕໍາຫຼວດ ສະກັດກັ້ນ ເເລະ ຕ້ານການຄ້າມະນຸດ ເບີໂທ 1300.

ເຫດຜົນທີ່ເຮັດໃຫ້ແມ່ຍິງຢູ່ໃນຄວາມສຳພັນທີ່ມີຄວາມຮຸນແຮງແມ່ນມີຄວາມຊັບຊ້ອນ ແລະ ມີຫຼາຍຮູບຫຼາຍແບບ, ສ່ວນໃຫຍ່ຈະກ່ຽວຂ້ອງກັບການປະສົມປະສານກັນຂອງບັນດາປັດໄຈທາງຈິດໃຈ, ສັງຄົມ ແລະ ເສດຖະກິດ. ຄວາມເຂົ້າໃຈກ່ຽວກັບປັດໄຈເຫຼົ່ານີ້ແມ່ນສໍາຄັນໃນການສະໜອງການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ມີປະສິດທິພາບໃຫ້ແກ່ຜູ້ລອດຊີວິດຈາກການໃຊ້ຄວາມຮຸນແຮງ, ການສ້າງຄວາມເຂັ້ມແຂງໃຫ້ພວກເຂົາເຈົ້າອອກຈາກວົງຈອນຂອງການຖືກລ່ວງລະເມີດ ແລະ ຟື້ນຟູຊີວິດຂອງພວກເຂົາ.

___________________________

ຖ້າທ່ານຖືກກະທຳຄວາມຮຸນແຮງ, ໂທຫາສາຍດ່ວນ 1362 ຫຼື

ສາຍດ່ວນຕໍາຫຼວດ ສະກັດກັ້ນ ເເລະ ຕ້ານການຄ້າມະນຸດ ເບີໂທ 1300.

___________________________

ເບີໂທລະສັບສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງແລະເດັກນ້ອຍໃນແຕ່ລະແຂວງ:

ນະຄອນຫຼວງ 021 265 624; 2221 4775

ແຂວງສາລະວັນ 034 211 118

ແຂວງຈໍາປາສັກ 31 212 022

ແຂວງສະຫວັນນະເຂດ041 1362 ຫ້ອງການ 041 121 016

ແຂວງວຽງຈັນ(ພະນັກງານ)020 5484 3444

ແຂວງຊຽງຂວາງ 061 213 397

ແຂວງຜົ້ງສາລີ 088 210 370

ແຂວງຫຼວງພະບາງ 071 212 171

ແຂວງໄຊຍະບູລີ 074 211 225

ແຂວງບໍ່ແກ້ວ 084 211 015

ແຂວງເຊກອງ 038 211 046

ແຂວງຫຼວງນໍ້າທາເບີສູນ 030 9969 573

ແຂວງບໍລິຄໍາໄຊ 054 1362; 9555 1362

ແຂວງຄໍາມ່ວນ 051 1362; 9878 4465

ແຂວງອັດຕະປື 036 211 074

ແຂວງຫົວພັນ 064 312 080 ແລະ

ສູນໄວໜຸ່ມສະຫະພັນແມ່ຍິງນະຄອນຫຼວງ 1361

___________________________

ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໄດ້ລະບຸກ່ຽວກັບການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ດັ່ງນີ້:

  • ມາດຕາ 28 ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນເບື້ອງຕົ້ນ.

ສະມາຊິກຄອບຄົວ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ພົບເຫັນ ຫຼື ຮູ້ເຫດການ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຕ້ອງໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອຕາມລັກສະນະຂອງຄວາມຮຸນແຮງ ແລະ ຄວາມຈໍາເປັນຮີບດ່ວນດ້ວຍວິທີການເຂົ້າໄປຫ້າມ, ກີດກັ້ນການໃຊ້ຄວາມຮຸນແຮງ, ສຶກສາອົບຮົມຄູ່ກໍລະນີດ້ວຍຕົນເອງ ຫຼື ຮ້ອງຂໍໃຫ້ບຸກຄົນ, ການຈັດຕັ້ງອື່ນ ເຂົ້າມາຊ່ວຍເຫຼືອຢ່າງທັນການ. ໃນກໍລະນີການໃຊ້ຄວາມຮຸນແຮງເຮັດໃຫ້ມີການບາດເຈັບຕ້ອງນໍາສົ່ງຄົນເຈັບໄປໂຮງໝໍ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຮ້ອງຂໍໃຫ້ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ກໍຕ້ອງໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອບົນພື້ນຖານຄວາມສາມາດຂອງຕົນ ຕາມວິທີການທີ່ໄດ້ກ່າວມາໃນວັກເທິງນີ້. ຜູ້ໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍດ້ວຍຄວາມບໍລິສຸດໃຈຈະໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງຕາມກົດໝາຍ ແລະ ລະບຽບການ.

  • ມາດຕາ 29 ການແຈ້ງ ຫຼື ລາຍງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ຮູ້ ຫຼື ໄດ້ເຫັນກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຕ້ອງແຈ້ງ ຫຼື ລາຍງານເຫດການໃຫ້ອົງການປົກຄອງບ້ານ, ການຈັດຕັ້ງບ່ອນເກີດເຫດ, ສະຫະພັນແມ່ຍິງ, ຕາໜ່າງ ຫຼື ຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຫຼື ເຈົ້າໜ້າທີ່ຕໍາຫຼວດໃນທັນທີ.

ຖ້າແພດ, ຜູ້ເຮັດວຽກກ່ຽວກັບສຸຂະພາບ, ຄູ, ອາຈານ, ຜູ້ເບິ່ງແຍງດູແລເດັກ ຫຼື ພະນັກງານວິຊາການອື່ນທີ່ປະຕິບັດໜ້າທີ່ ຫາກພົບເຫັນ ຫຼື ຮູ້ເຫດການກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຕ້ອງແຈ້ງ ຫຼື ລາຍງານຕໍ່ ການຈັດຕັ້ງຂອງຕົນ ຫຼື ເຈົ້າໜ້າທີ່ຕໍາຫຼວດບ່ອນເກີດເຫດ.

ໃນກໍລະນີ ຜູ້ຖືກເຄາະຮ້າຍ ຫາກເປັນເດັກນັ້ນ ການຈັດຕັ້ງທີ່ໄດ້ຮັບການລາຍງານ ແລະ ຊ່ວຍເຫຼືອເດັກ ເພື່ອເຂົ້າຮ່ວມໃນການປົກປ້ອງ ແລະ ຊ່ວຍເຫຼືອເດັກຢ່າງທັນການ.

  • ມາດຕາ 32 ການປົກປ້ອງ ແລະ ການຊ່ວຍເຫຼືອທີ່ຈໍາເປັນ

ເມື່ອພົບເຫັນ ຫຼື ໄດ້ຮັບການລາຍງານກ່ຽວກັບການໃຊ້ຄວາມຮຸນແຮງແລ້ວ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກໃຊ້ຄວາມຮຸນແຮງ ແລະ ເດັກ ທີ່ຕິດຕາມດ້ານຕ່າງໆ ຄື: ສັງຄົມສົງເຄາະ, ການໃຫ້ຄໍາປຶກສາ, ທີ່ພັກເຊົາຊົ່ວຄາວທີ່ປອດໄພ, ການເບິ່ງແຍງລ້ຽງດູເດັກ, ການແພດ, ກົດໝາຍ, ເສດຖະກິດ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ ແລະ ການກັບຄືນສູ່ຄອບຄົວ ແລະ ສັງຄົມ.

ທ່ານສາມາດດາວໂຫຼດສະບັບເຕັມຂອງ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກ ໄດ້ທີ່: Link

___________________________

ແຫຼ່ງທີ່ມາຂອງຂໍ້ມູນ:

Ending violence against women and girls is possible. . . I am hopeful! (2021, November 26). UNFPA Lao People’s Democratic Republic. https://lao.unfpa.org/en/news/ending-violence-against-women-and-girls-possible%E2%80%A6-i-am-hopeful

https://laopdr.un.org/sites/default/files/2019-08/2014_Violence%20against%20Women%20in%20Lao%20PDR_English.pdf. (n.d.). Retrieved November 19, 2023, from https://laopdr.un.org/sites/default/files/2019-08/2014_Violence%20against%20Women%20in%20Lao%20PDR_English.pdf

https://www.un.org/womenwatch/daw/vaw/ngocontribute/CUSO.pdf. (n.d.). Retrieved November 19, 2023, from https://www.un.org/womenwatch/daw/vaw/ngocontribute/CUSO.pdf

Khan Hom Project. (n.d.). UNDP. https://www.undp.org/laopdr/projects/khan-hom-project

Lao People’s Democratic Republic vows to take steps to stop violence, commits to continued action on gender equality in national plans. (n.d.). UN Women – Headquarters. https://www.unwomen.org/en/get-involved/step-it-up/commitments/lao-pdr

  1. (2022, January 26). Why are people trapped in abusive relationships? ทำไมคนยังติดกับในความสัมพันธ์ที่มีความรุนแรง? SHero Thailand.
  2. (2016, November 30). Violence against women still a major concern in Laos – Open Development Mekong. Open Development Mekong – Sharing Information About Mekong and Its Development With the World. https://opendevelopmentmekong.net/news/violence-against-women-still-a-major-concern-in-laos/#!/story=post-3699918&loc=17.9640988,102.6133707,7

Violence Against Women in Lao PDR: Summary Report. (n.d.). Lao PDR. https://laopdr.un.org/en/13287-violence-against-women-lao-pdr-summary-report

สุขภาพใจ, A. (2023, April 25). ความผูกพันอันแสนเจ็บปวด Trauma Bonding. Alljit Blog. https://www.alljitblog.com/trauma-bonding/

___________________________

ຫົວຂໍ້ທີ່ກ່ຽວຂ້ອງ:

___________________________

#KhanHomProject  #16Days #OrangetheWorld #16DaysofActivism #16DOA #StopVAW #VAW #EndViolenceAgaistWomen #EndVictimBlaming #NoExcuse