ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນຜິດກົດໝາຍ ແລະ ບໍ່ໄດ້ມີແຕ່ພຽງທາງດ້ານກາຍ
ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍແລະເຂົ້າໃຈສາເຫດຕົ້ນຕໍຂອງບັນຫາເພື່ອຊ່ວຍໃຫ້ແມ່ຍິງລາວມີຊີວິດປັດສະຈາກການໃຊ້ຄວາມຮຸນແຮງ
ມີຫຼາຍຄົນເວລາໄດ້ຍິນຄຳວ່າ “ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ຄວາມຄິດທໍາອິດອາດເຂົ້າໃຈວ່າ ເປັນການກະທຳຂອງຄົນຜູ້ໜຶ່ງເຊິ່ງອາດໃຊ້ສິ່ງຂອງ, ອາວຸດ ຫຼື ຕີນ-ມື ເພື່ອທຳຮ້າຍ ຫຼື ສ້າງຄວາມເສຍຫາຍຢ່າງຮຸນແຮງໃຫ້ແມ່ຍິງຄົນໜຶ່ງ“ທາງຮ່າງກາຍ” ເທົ່ານັ້ນ. ສາເຫດທີ່ເຮັດໃຫ້ເຂົ້າໃຈແນວນັ້ນ ອາດຍ້ອນມີຄໍາວ່າ “ຄວາມຮຸນແຮງ” ແຕ່ຄວາມຈິງແລ້ວ ການຊຸກ, ການຍູ້ ທີ່ເຮັດໃຫ້ມີຮອຍຊໍ້າ ຫຼື ບໍ່ເຫັນຮ່ອງຮອຍກໍຕາມ ຫຼື ການເຍາະເຍີ້ຍສຽດສີ, ການໝິ່ນປະໝາດໂດຍເຈດຕະນາເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີຫຼືຈິດໃຈຂອງແມ່ຍິງ, ອີງຕາມກົດໝາຍແລ້ວ ກໍຍັງຕົກຢູ່ໃນກໍລະນີ “ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ແລະ ຜູ້ກະທໍາພຶດຕິກໍາດັ່ງກ່າວຕໍ່ແມ່ຍິງ ຈະບໍ່ສາມາດຍົກເຫດຜົນໃດໆແກ້ໂຕ ແລະ ຈະຖືກລົງໂທດຕາມກົດໝາຍ.
ຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ ລາວ ເປັນບັນຫາທີ່ມີຢູ່ແຜ່ຫຼາຍເຊິ່ງຕ້ອງການຄວາມເອົາໃຈໃສ່ ແລະ ການແກ້ໄຂຢ່າງຮີບດ່ວນ. ອີງຕາມຂໍ້ມູນຈາກການສຳຫຼວດໃນປີ 2014 ມີຈຳນວນ ຫຼາຍກວ່າ 30% ຂອງແມ່ຍິງລາວທັງໝົດທີ່ແຕ່ງດອງ ໄດ້ປະສົບຄວາມຮຸນແຮງທາງຮ່າງກາຍ, ທາງເພດ ຫຼື ທາງຈິດໃຈ ໂດຍຄູ່ຄອງຂອງຕົນແລະ ການສຶກສາຍັງພົບວ່າ ແມ່ຍິງເຫຼົ່ານັ້ນບໍ່ໄດ້ໄປຂໍຄວາມຊ່ວຍເຫຼືອ ຫຼື ລາຍງານຄວາມຮຸນແຮງທີ່ເກີດຂຶ້ນກັບຕົນເອງ.
ເພື່ອຊ່ວຍປົກປ້ອງ ແລະ ຊ່ວຍໃຫ້ແມ່ຍິງລາວ ຮູ້ສິດຂອງຕົນເອງຫຼາຍຂຶ້ນ, ໃນບົດຄວາມນີ້ ພວກເຮົາໄດ້ນໍາເອົາບາງເນື້ອໃນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນໜວດທີ 2 ມາດຕາ 12 ໄດ້ກໍານົດປະເພດຂອງຄວາມຮຸນແຮງອອກເປັນ 4 ປະເພດ ພ້ອມທັງອະທິບາຍບາງປັດໄຈ ແລະ ຜົນກະທົບໂດຍລວມຂອງບັນຫາດັ່ງກ່າວ ມານໍາສະເໜີ.
4 ປະເພດຄວາມຮຸນແຮງ
- ຄວາມຮຸນແຮງດ້ານຮ່າງກາຍ:
ແມ່ນການກະທໍາໂດຍເຈນຕະນາ ເປັນຕົ້ນ ການທາລຸນ, ການທໍລະມານ, ການຕົບຕີ, ການເຕະ, ການຊຸກ, ການຍູ້, ການໂຍນເດັກຖິ້ມ ຊຶ່ງພາໃຫ້ບາດເຈັບ ມີຮອຍຊໍ້າຫຼືບາງກໍລະນີອາດຈະບໍ່ເຫັນຮ່ອງຮອຍການໃຊ້ຄວາມຮຸນແຮງ, ເປັນບ້າ, ເສຍຈິດ, ເສຍອົງຄະຫຼືເສຍຊີວິດ.
- ຄວາມຮຸນແຮງທາງດ້ານດ້ານຈິດໃຈ:
ແມ່ນການກະທໍາ, ການເມີນເສີຍ ຫຼື ລະເລີຍ ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ຈິດໃຈຂອງແມ່ຍິງ ແລະ ເດັກ ເປັນຕົ້ນ ການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສໍາຄັນ, ການທໍາມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຂັບ ຫຼື ຂົ່ມຂູ່ ຊຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊຶມເສົ້າຫຼືອາດຈະຂ້າຕົວຕາຍ.
- ຄວາມຮຸນແຮງທາງເພດ:
ແມ່ນການກະທໍາ ຫຼື ຄວາມພະຍາຍາມກະທໍາທີ່ກໍ່ຄວາມເສຍຫາຍຕໍ່ສິດທິທາງເພດຂອງແມ່ຍິງ ແລະ ເດັກ ເປັນຕົ້ນ ການຂົ່ມຂືນທໍາຊໍາເລົາ, ການບັງຂັບຮ່ວມເພດ, ການທໍາລາມົກ, ການທໍາອະນາຈານ, ການກະທໍາທີ່ຫຍາບຊ້າທາງເພດ, ການເວົ້າຈາ ຫຼື ການສໍາຜັດໃນລັກສະນະທາງເພດ ຊຶ່ງບໍ່ເປັນທີ່ຕ້ອງການຂອງຜູ້ຮັບຟັງ ຫຼື ຜູ້ຖືກສໍາຜັດ ຫຼື ການສົ່ງຜູ້ຍິງ ຫຼື ເດັກ ໃຫ້ບຸກຄົນອື່ນ ເພື່ອເປົ້າໝາຍທາງເພດ.
- ຄວາມຮຸນແຮງທາງດ້ານຊັບສິນຫຼືເສດຖະກິດ:
ແມ່ນການກະທໍາ, ການເມີນເສີຍຫຼືລະເລີຍທີ່ກໍ່ຄວາມເສຍຫາຍຕໍ່ຊັບສິນຂອງຄອບຄົວ, ຊັບສິນທີ່ເປັນກຳມະສິດຮ່ວມກັນ, ຊັບສິນສ່ວນຕົວຂອງແມ່ຍິງແລະເດັກຫຼື ເຮັດໃຫ້ ສູນເສຍໂອກາດໃນການສ້າງລາຍໄດ້ຫຼືຜົນປະໂຫຍດອື່ນທາງເສດຖະກິດເປັນຕົ້ນການທໍາລາຍ,ຈູດເຜົາ, ມ້າງເພເຮືອນຊານ, ວັດຖຸສິ່ງຂອງ, ການຊຸກເຊື່ອງ, ການຄອບຄອງ, ການໂອນ,ນໍາໃຊ້ຫຼືແບ່ງປັນຊັບສິນໂດຍບໍ່ຖືກຕ້ອງ, ການໃຫ້ຄ່າແຮງງານຫຼືປະຕິບັດນະໂຍບາຍບໍ່ເທົ່າທຽມກັບເພດຊາຍ, ການກີດກັ້ນບໍ່ໃຫ້ເຂົ້າຮ່ວມຫຼືເຄື່ອນໄຫວວຽກງານໃດໜຶ່ງທັງໆທີ່ແມ່ຍິງແລະເດັກມີເງື່ອນໄຂແລະຄວາມສາມາດ.
ປັດໄຈທີ່ສົ່ງຜົນຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ ລາວ
ບາງປັດໄຈທີ່ສົ່ງຜົນຕໍ່ຄວາມຮຸນແຮງຕໍ່ແມ່ຍິງໃນສປປລາວມີຄື: ຄວາມບໍ່ສະເໝີພາບທາງດ້ານບົດບາດຍິງ-ຊາຍ, ຄວາມທຸກຍາກ, ການຂາດການສຶກສາ, ບາງປະເພນີຄວາມເຊື່ອທີ່ຜິດ, ຄວາມບໍ່ເຊື່ອຖືແລະບໍ່ໜັ້ນໃຈຕໍ່ກົດໝາຍແລະລະບົບການຊ່ວຍເຫຼືອ.
- ຄວາມບໍ່ສະເໝີພາບທາງດ້ານບົດບາດຍິງ-ຊາຍ:
ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍເປັນປັດໄຈສຳຄັນທີ່ພາໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ. ຢູ່ໃນປະເທດລາວ, ແມ່ຍິງມັກຈະຖືກເບິ່ງດ້ອຍກວ່າຫຼືຕ້ອງຢູ່ໃຕ້ການບັງຄັບບັນຊາຂອງຜູ້ຊາຍ, ແລະເຂົາເຈົ້າອາດຈະຖືກປະຕິເສດການເຂົ້າເຖິງການສຶກສາ, ການຈ້າງງານແລະແຫຼ່ງຊັບພະຍາກອນອື່ນໆ. ນີ້ສາມາດເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ຄວາມຮຸນແຮງຫຼາຍຂຶ້ນ, ຍ້ອນວ່າພວກເຂົາອາດມີອຳນາດທີ່ຈະປົກປ້ອງຕົນເອງໜ້ອຍລົງ.
- ຄວາມທຸກຍາກ:
ຄວາມທຸກຍາກເປັນອີກປັດໄຈໜຶ່ງທີ່ພາໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ. ແມ່ຍິງທີ່ທຸກຍາກອາດຈະປະສົບກັບຄວາມຮຸນແຮງຈາກຄູ່ຄອງຫຼືຄອບຄົວຂອງເຂົາເຈົ້າຫຼາຍຂຶ້ນ, ຍ້ອນວ່າແມ່ຍິງອາດຕ້ອງການເພິ່ງພາທາງດ້ານການເງິນ. ນອກຈາກນັ້ນ, ຄວາມທຸກຍາກສາມາດເຮັດໃຫ້ແມ່ຍິງເຂົ້າເຖິງການບໍລິການຊ່ວຍເຫຼືອໄດ້ຍາກຂຶ້ນເຊັ່ນ: ການຊ່ວຍເຫຼືອທາງດ້ານກົດໝາຍຫຼືທີ່ພັກອາໄສ.
- ການຂາດການສຶກສາ:
ການຂາດການສຶກສາຍັງເປັນປັດໄຈທີ່ເຮັດໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ. ແມ່ຍິງທີ່ບໍ່ໄດ້ຮັບການສຶກສາອາດຈະຍອມຮັບຄວາມຮຸນແຮງເປັນເລຶ່ອງປົກກະຕິທຳມະດາຂອງຊີວິດ, ແລະເຂົາເຈົ້າອາດຈະບໍ່ຮູ້ເຖິງສິດທິຂອງເຂົາເຈົ້າຫຼືວິທີການປົກປ້ອງຕົນເອງ. ນອກຈາກນັ້ນ, ການຂາດການສຶກສາຍັງເຮັດໃຫ້ແມ່ຍິງມີຄວາມຫຍຸ້ງຍາກໃນການຊອກວຽກເຮັດງານທຳແລະກາຍເປັນຄົນທີ່ບໍ່ມີເອກະລາດທາງດ້ານການເງິນ, ເຊິ່ງສາມາດເພີ່ມຄວາມສ່ຽງຕໍ່ກັບຄວາມຮຸນແຮງ.
- ບາງປະເພນີຄວາມເຊື່ອທີ່ຜິດ:
ປະເພນີການປະຕິບັດທີ່ເປັນອັນຕະລາຍບາງຢ່າງຍັງສົ່ງຜົນຕໍ່ຄວາມຮຸນແຮງຕໍ່ແມ່ຍິງ. ຢູ່ໃນປະເທດລາວ, ຍັງມີການປະພຶດທີ່ເປັນອັນຕະລາຍຕໍ່ແມ່ຍິງຫຼາຍປະເພດເຊັ່ນ: ການແຕ່ງງານກ່ອນໄວອັນຄວນຂອງເດັກຍິງ, ການຖືພາກ່ອນໄວອັນຄວນ, ແລະການເລືອກລູກຊາຍ. ການປະຕິບັດເຫຼົ່ານີ້ສາມາດເຮັດໃຫ້ຄວາມຮຸນແຮງຕໍ່ແມ່ຍິງເປັນເລຶ່ອງປົກກະຕິແລະເຮັດໃຫ້ຍາກຂຶ້ນສໍາລັບແມ່ຍິງທີ່ຈະເວົ້າຕໍ່ຕ້ານມັນ.
- ກົດໝາຍແລະການຊ່ວຍເຫຼືອແມ່ຍິງ:
ເຖິງວ່າຈະມີກົດໝາຍຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະມີລະບົບໜ່ວຍງານຕ່າງໆເພື່ອຊ່ວຍເຫຼືອແມ່ຍິງໃນລາວ, ແຕ່ຄວາມຫຍຸ້ງຍາກແລະຄວາມທ້າທາຍຍັງຖືວ່າໃຫຍ່ຫຼວງຍ້ອນຄວາມສະລັບຊັບຊ້ອນຂອງບັນຫາທີ່ຍັງລໍຖ້າການແກ້ໄຂ. ນອກຈາກນັ້ນ, ການບໍລິການສະໜັບສະໜຸນສໍາລັບຜູ້ປະສົບຄວາມຮຸນແຮງກໍຍັງບໍ່ທົ່ວເຖິງ, ແລະຍັງມີບັນຫາກ່ຽວຂ້ອງກັບການລາຍງານຄວາມຮຸນແຮງທີ່ອາດເຮັດໃຫ້ແມ່ຍິງຮູ້ສຶກອັບອາຍ, ມີມົນທິນຫຼືບໍ່ໄດ້ຮັບຄວາມເປັນທຳເທົ່າທີ່ຄວນ. ສິ່ງນີ້ສາມາດເຮັດໃຫ້ແມ່ຍິງມີຄວາມຫຍຸ້ງຍາກໃນການສະແຫວງຫາຄວາມຍຸດຕິທຳແລະການປົກປ້ອງ.
ຜົນກະທົບໂດຍລວມ
ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງມີຜົນກະທົບໂດຍກົງຕໍ່ແມ່ຍິງ, ຄອບຄົວແລະຊຸມຊົນ. ແມ່ຍິງອາດຈະປະສົບກັບບັນຫາສຸຂະພາບທາງດ້ານຮ່າງກາຍ, ອາລົມຄວາມຮູ້ສຶກ, ແລະຈິດໃຈ. ເຂົາເຈົ້າອາດຈະຮູ້ສຶກຖືກໂດດດ່ຽວຈາກສັງຄົມແລະມີຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທຳ. ສິ່ງນີ້ສາມາດສົ່ງຜົນກະທົບທາງລົບຕໍ່ລູກຂອງເຂົາເຈົ້າ, ເຊິ່ງອາດຈະຖືກໃຊ້ຄວາມຮຸນແຮງຫຼືຖືກປ່ອຍປະລະເລີຍ. ນອກຈາກນັ້ນ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາມາດພາໃຫ້ອັດຕາການເກີດອາດຊະຍາກຳເພີ່ມຂຶ້ນແລະສາມາດສ້າງຄວາມເສຍຫາຍຕໍ່ສັງຄົມຂອງຊຸມຊົນ.
ສະຫຼູບ
ການແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງມັນຮຽກຮ້ອງໃຫ້ມີການຮ່ວມມືຂອງທຸກຝ່າຍບໍ່ວ່າບຸກຄົນ, ຄອບຄົວ, ຊຸມຊົນ, ອົງການຈັດຕັ້ງທັງພາກລັດ, ເອກະຊົນແລະ ອົງການຈັດຕັ້ງສາກົນ. ການເຮັດວຽກຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເພື່ອແກ້ໄຂຕົ້ນເຫດຂອງການໃຊ້ຄວາມຮຸນແຮງ ແລະການສົ່ງເສີມຄວາມສະເໝີພາບທາງດ້ານບົດບາດຍິງ-ຊາຍຈຶ່ງຈະສາມາດສ້າງສັງຄົມທີ່ປອດໄພ ແລະຍຸຕິທຳສຳລັບແມ່ຍິງທຸກຄົນ.
…………………….
ແຫຼ່ງຂໍ້ມູນ:
- Ending violence against women and girls is possible. . . I am hopeful! (2021, November 26). UNFPA Lao People’s Democratic Republic. https://lao.unfpa.org/en/news/ending-violence-against-women-and-girls-possible%E2%80%A6-i-am-hopeful
- Gender equality. (n.d.). UNICEF Lao People’s Democratic Republic. https://www.unicef.org/laos/gender
- Khan Hom Project. (n.d.). UNDP. https://www.undp.org/laopdr/projects/khan-hom-project
- Lao People’s Democratic Republic vows to take steps to stop violence, commits to continued action on gender equality in national plans. (n.d.). UN Women – Headquarters. https://www.unwomen.org/en/get-involved/step-it-up/commitments/lao-pdr
- (2016, November 30). Violence against women still a major concern in Laos – Open Development Mekong. Open Development Mekong – Sharing Information About Mekong and Its Development With the World. https://opendevelopmentmekong.net/news/violence-against-women-still-a-major-concern-in-laos/#!/story=post-3699918
- Violence Against Women in Lao PDR: Summary Report. (n.d.). Lao PDR. https://laopdr.un.org/en/13287-violence-against-women-lao-pdr-summary-report
- ກົດໝາຍວ່າດ້ວຍການຕ້າງແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ສະບັບປີ2014).
…………………….
ຫົວຂໍ້ທີ່ກ່ຽວຂ້ອງ:
- ເປັນຫຍັງແມ່ຍິງສ່ວນຫຼາຍຈຶ່ງທົນຕໍ່ການຖືກໃຊ້ຄວາມຮຸນແຮງ
- ທຳລາຍຄວາມງຽບ:ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ
- Khan Hom Project | United Nations Development Programme (undp.org)
- https://laowomenunion.org.la/
- #16days #UNiTEtoEndVAWLaos #UNiTEtoEndVAWLaos #KhanHomProject #NOEXCUSE #OrangetheWorld
- KOICA 라오스사무소 KOICA Office in Lao PDR | ກະບອກສຽງ ແມ່ຍິງລາວ | UNFPA Laos | UN Women | UNDP Lao PDR |