ກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຈັດກອງປະຊຸມຄົບຄະນະບໍລິຫານງານ ສສຍລ ຄັ້ງທີ 02

Nov 5, 2026

ກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຈັດກອງປະຊຸມຄົບຄະນະບໍລິຫານງານ ສສຍລ ຄັ້ງທີ 02 ສະໄໝທີ IX ແລະ ກອງປະຊຸມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຄັ້ງທີ IV

ໃນວັນທີ 4 ພະຈິກ 2026 ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຈັດກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 02 ສະໄໝທີ IX ແລະ ກອງປະຊຸມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຄັ້ງທີ IV ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີທ່ານຮອງປະທານ, ຄະນະຫ້ອງການ, ກົມ, ສູນ,ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະກອງປະຊຸມ, ທ່ານ ນາງ ສັ້ນ ໄຊຍະແສງ ຫົວໜ້າກົມຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະບໍລິຫານງານ ສສຍລ ຄັ້ງທີ 02 ສະໄໝທີ IX ແລະ ກອງປະຊຸມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຄັ້ງທີ IV ເພື່ອກຳນົດຄະນະຮັບຜິດຊອບໃນແຕ່ລະດ້ານ ໃຫ້ມີຄວາມຈະແຈ້ງ ແລະ ເປັນເອກະພາບ, ພ້ອມທັງກຳນົດພາລະບົດບາດ, ໜ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບຂອງແຕ່ລະຄະນະ ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫ້ສຳເລັດຕາມແຜນການທີ່ວາງໄວ້. ນອກຈາກນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ກວດກາຄືນ ແລະ ກະກຽມຄວາມພ້ອມຮອບດ້ານ ພ້ອມທັງປະກອບຄໍາເຫັນໃນແຜນການ ແລະ ເນື້ອໃນຕ່າງໆ ເພື່ອເຮັດໃຫ້ການຈັດທັງສອງກອງປະຊຸມ ມີເນື້ອໃນທີ່ຄົບຖ້ວນ, ສົມບູນ ແລະ ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.

See less