ປະທານ ສສຍລ ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ

Mar 17, 2026

ປະທານ ສສຍລ ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ.

ວັນທີ 16 ມີນາ 2026, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານ ແລະ ຊີ້ນຳວຽກອົງການຈັດຕັ້ງມະຫາຊົນ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ເປັນຕົ້ນແມ່ນ ການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດຄັ້ງທີ IX, ການຊຸກຍູ້, ຊີ້ນໍາ ວຽກງານຂອງສະຫະພັນແມ່ຍິງແຂວງຈໍາປາສັກ ແລະ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ. ໂອກາດນີ້, ທ່ານ ສຸພາບ ທໍາມະຮັກສາ ກໍໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມດີໃຈ ທີ່ ທ່ານປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກໃນຄັ້ງນີ້ ພ້ອມທັງໄດ້ລາຍງານຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການຊຸກຍູ້ສົ່ງເສີມຄວາມເຂັ້ມແຂງໃນດ້ານຕ່າງໆ ຂອງສະຫະພັນແມ່ຍິງແຕ່ລະຂັ້ນທົ່ວແຂວງຈໍາປາສັກ ເປັນຕົ້ນ ການເຮັດກິດຈະກໍາສົ່ງເສີມການຮັກສາຮີດຄອງປະເພນີ, ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າດ້ວຍການຕໍ່າແຜ່ນ, ຜະລິດຕະພັນການປຸງແຕ່ງອາຫານ, ການຜະລິດກະສິກໍາ ແລະ ອື່ນໆ. ນອກຈາກນີ້ ທັງສອງທ່ານຍັງໄດ້ປຶກສາຫາລືເຖິງການຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງ ບັນຈຸຢູ່ໃນຂັ້ນນຳພາໃຫ້ຫຼາຍຂຶ້ນ ເພື່ອນຳພາຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ເປັນຕົ້ນ ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ການສ້າງວິຊາຊີບ-ວຽກເຮັດງານທຳໃຫ້ແມ່ຍິງ, ການຜະລິດເປັນສິນຄ້າເພື່ອສ້າງລາຍຮັບ ແລະ ອື່ນໆ.