ປະທານຄະະນບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຕ້ອນຮັບຄະນະສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ

Mar 17, 2026

ຕອນເຊົ້າວັນທີ 11 ມີນາ 2026, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະະນບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ນໍາໂດຍ ທ່ານ ນາງ ນຸ້ຍ ສັງວິບຸດ ປະທານສະຫະພັນແມ່ຍິງກະຊວງ ຍທຂ ເນື່ອງໃນໂອກາດອວຍພອນວັນແມ່ຍິງສາກົນ ຄົບຮອບ 116 ປີ. ທ່ານ ປະທານສະຫະພັນແມ່ຍິງກະຊວງ ຍທຂ ໄດ້ນໍາເອົາຄໍາອວຍພອນໄຊອັນປະເສີດຈາກເອື້ອຍນ້ອງແມ່ຍິງກະຊວງ ຍທຂ ເຖິງຄະນະນໍາສູນກາງສະຫະພັນແມ່ຍິງລາວ ພ້ອມທັງໄດ້ລາຍງານສະພາບການຈັດຕັ້ງເຄື່ອນໄຫວວຽກງານ ຂອງ ສະຫະພັນແມ່ຍິງ ຍທຂ ໂດຍຫຍໍ້ ເພື່ອຂໍທິດຊີ້ນໍາໃນຕໍ່ໜ້າ. ໂອກາດນີ້ ທ່ານປະທານ ສສຍລ ໄດ້ສະແດງຄວາມຂອບໃຈຕໍ່ການມາອວຍພອນໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງກະຊວງ ຍທຂ ທຸກຂັ້ນ ເອົາໃຈໃສ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງໃນແຕ່ລະໄລຍະ ໂດຍສະເພາະແມ່ນສະພາບການຫຍຸ້ງຍາກໃນປັດຈຸບັນ; ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະນໍາສະຫະພັນແມ່ຍິງກະຊວງ ນໍາເອົາບົດຮຽນ, ປະສົບການ, ແນວຄິດ, ທິດສະດີຂອງບັນດາທ່ານຜູ້ນໍາ ມາໝູນໃຊ້ເຂົ້າໃນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງທົ່ວກະຊວງ ຍທຂ ໃຫ້ມີຄວາມໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ ພ້ອມກັນຈັດຕັ້ງປະຕິບັດວຽກງານຢ່າງມີຜົນສໍາເລັດ.