ປາຖະກະຖາ ທັດສະນະສໍາຄັນ ກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ
—————————
ໃນຕອນເຊົ້າວັນທີ 10 ມີນາ 2026, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຈັດປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ; ໂດຍການເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ບຸນຄໍາ ວໍລະຈິດ ເລຂາທິການສູນກາງພັກ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ; ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີບັນດາການນໍາພັກ-ລັດ, ຄະນະນຳກະຊວງ, ອົງການຂັ້ນສູນກາງ, ຄະນະບໍລິຫານງານ ສສຍລ, ຄະນະປະທານ ສຍ ບັນດາກະຊວງ-ອົງການ, ຄອບຄົວການນຳຂັ້ນສູງຂອງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນຳຂອງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດພິທີວ່າ: ການປາຖະກະຖາ ທັດສະນະສໍາຄັນ ກ່ຽວກັບວຽກງານແມ່ຍິງ ຂອງສະຫາຍ ສີຈິ້ນຜິງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 2026 ຄົບຮອບ 116 ປີ ແມ່ນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນ ຊຶ່ງຈະໄດ້ພ້ອມກັນຮຽນຮູ້ ທັດສະນະກ່ຽວກັບວຽກງານແມ່ຍິງຂອງ ສະຫາຍ ສີຈິ້ນຜິງ ແລະ ຈະໄດ້ຮຽນຮູ້ວັດທະນະທໍາທີ່ຫຼາກຫຼາຍຂອງແມ່ຍິງຈີນ; ສໍາລັບ ສປປ ລາວ ແລະ ສປ ຈີນ ໄດ້ມີມູນເຊື້ອ-ສາຍພົວພັນມິດຕະພາບ ມາເປັນເວລາດົນນານ, ໃນປີ 2026 ເປັນປີສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 65ປີ ແລະ ເປັນປີມິດຕະພາບລາວ-ຈີນ ເວົ້າສະເພາະ ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຈີນ ໄດ້ມີການພົວພັນຮ່ວມມືຢ່າງເປັນປົກກະຕິ, ໂດຍໄດ້ແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ກ່ຽວກັບວຽກງານການສົ່ງເສີມ ແລະ ພັດທະນາແມ່ຍິງ, ການກໍ່ສ້າງຊັບພະຍາກອນມະນຸດ, ການປົກປ້ອງສິດທິຂອງແມ່ຍິງ-ເດັກນ້ອຍ ແລະ ອື່ນໆ; ທາງ ສປ ຈີນ ໂດຍຜ່ານສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ໃນການຈັດປາຖະກະຖາ ໃນຄັ້ງນີ້ ເຊິ່ງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນທີ່ສຸດ ສໍາລັບເອື້ອຍນ້ອງແມ່ຍິງລາວ ໂດຍສະເພາະການນໍາເພດຍິງໃນແຕ່ລະຂັ້ນ ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງເໝາະສົມ ຕໍ່ການພັດທະນາແມ່ຍິງລາວ ແລະ ຍັງເປັນການແລກປ່ຽນວັດທະນະທໍາທີ່ສວຍງາມ ແລະ ອຸດົມຮັ່ງມີຂອງຈີນ ທີ່ສະແດງອອກຜ່ານແມ່ຍິງ.
ຫຼັງຈາກນັ້ນ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ເຜີຍແຜ່ແນວຄິດທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍສີຈິ້ນຜີງ ໂດຍມີເນື້ອໃນສໍາຄັນບາງຕອນວ່າ: ພາລະກິດຂອງແມ່ຍິງ ແມ່ນອົງປະກອບທີ່ສຳຄັນຂອງພັກ ແລະ ປະເທດຊາດ, ເປັນສັນຍາລັກທີ່ສຳຄັນຂອງຄວາມກ້າວໜ້າຂອງອາລິຍະທຳມະນຸດ ແລະ ເປັນກຳລັງທີ່ຂາດບໍ່ໄດ້ໃນການພັດທະນາໂລກ. ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຄະນະກຳມະການສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຂອງແມ່ຍິງ ຈາກທັດສະນະໂດຍລວມຂອງການພັດທະນາພັກ ແລະ ປະເທດ ໄດ້ຈັດແຈງວຽກງານຂອງແມ່ຍິງ, ສົ່ງເສີມການໃຊ້ສິດທິປະຊາທິປະໄຕຢ່າງເທົ່າທຽມກັນຂອງແມ່ຍິງຕາມກົດໝາຍ, ການມີສ່ວນຮ່ວມຢ່າງເທົ່າທຽມກັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຊົມໃຊ້ໝາກຜົນຂອງການປະຕິຮູບ ແລະ ການພັດທະນາຢ່າງເທົ່າທຽມກັນ. ນອກຈາກນີ້, ລັດຖະບານຈີນ ຍັງເລັ່ງແກ້ໄຂບັນຫາຄວາມທຸກຍາກ ໂດຍມີເປົ້າໝາຍເຮັດໃຫ້ແມ່ຍິງສາມາດຊອກຫາວຽກເຮັດງານທຳຢູ່ໃກ້ບ້ານຂອງເຂົາເຈົ້າ ດ້ວຍການສະໜັບສະໜູນນະໂຍບາຍຕ່າງໆ ຊຶ່ງມີແມ່ຍິງ 8.7 ລ້ານຄົນ ໄດ້ເລີ່ມຕົ້ນທຸລະກິດຂອງຕົນເອງ ສາມາດເພີ່ມລາຍໄດ້ໃຫ້ເຂົາເຈົ້າ. ຈີນ ແລະ ລາວ ລ້ວນແຕ່ຢຶດໝັ້ນເອົາປະຊາຊົນເປັນສູນກາງ, ລວມທັງສິດສະເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນລະບົບຂອງປະເທດຊາດ ເພື່ອຮັບປະກັນສິດທິຂອງແມ່ຍິງຢ່າງເຕັມທີ່ ແລະ ສະໜັບສະໜູນການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ, ການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວຽກງານແມ່ຍິງລະຫວ່າງຈີນ ແລະ ລາວ ເປັນອົງປະກອບທີ່ສຳຄັນຂອງມິດຕະພາບລະຫວ່າງສອງປະເທດ ແລະ ເປັນກຳລັງທີ່ສຳຄັນໃນການສົ່ງເສີມການພັດທະນາຮ່ວມກັນ.
ນອກຈາກນີ້, ພາຍໃນງານຍັງມີກິດຈະກຳສາທິດການປຸງແຕ່ງອາຫານລາວ ຈາກຮ້ານອາຫານຄົວລາວ; ສາທິດການປຸງແຕ່ງອາຫານຈີນ ຈາກພໍ່ຄົວຂອງໂຮງແຮມ ລາດຊະວົງ ແວນດາ ວິດສຕາ ແລະ ສາທິດການຊົງນໍ້າຊາໂດຍ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ.

