ຮອງປະທານ ສສຍລ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ

Mar 2, 2026

ຮອງປະທານ ສສຍລ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ

……………………………….
ໃນຕອນເຊົ້າວັນທີ 26 ກຸມພາ 2026 ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ທີ່ແຂວງວຽງຈັນ ແລະ ໄດ້ເຂົ້າພົບ ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ ຜູ້ຊີ້ນຳລວມ ເພື່ອລາຍງານຈຸດປະສົງການລົງມາເຮັດວຽກພາຍໃນແຂວງຄັ້ງນີ້ ໂດຍສະເພາະແມ່ນວຽກງານເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ຄັ້ງທີ IX; ການຈັດກອງປະຊຸມຝຶກອົບຮົມວຽກງານການຊ່ວຍເຫຼືອດ້ານຈິດຕະສັງຄົມ, ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະມອບເຄື່ອງຊ່ວຍໃຫ້ ສຍ ແຂວງ. ພາຍຫຼັງເຂົ້າພົບການນຳແຂວງແລ້ວ ທ່ານຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ໄປຫ້ອງການສະຫະພັນແມ່ຍິງແຂວງ ແລະ ໄດ້ມອບອຸປະກອນຮັບໃຊ້ວຽກງານເປັນຕົ້ນ: ໂຕະ, ຕັ່ງ, ຕູ້ເອກະສານ, ໂທລະສັບມືຖື, ຈໍສາຍ LCD, ປິນເຕີ້, ຄອມພິວເຕີຕັ້ງໂຕະ, ລໍາໂພງ ເພື່ອນຳໃຊ້ເຂົ້າໃນວຽກງານລວມ ແລະ ວຽກງານຂອງຂະແໜງໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໃຫ້ເກີດປະໂຫຍດສູງສຸດ; ຫຼັງຈາກນັ້ນ ທ່ານຮອງປະທານ ສສຍລ ພ້ອມຄະນະ ແລະ ຄະນະສະຫະພັນແມ່ຍິງແຂວງ ໄດ້ໄປຢ້ຽມຢາມກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງທີ່ ບ້ານ ນາຍາງ ເມືອງໂພນໂຮງ ແຂວງວຽງຈັນ, ໂດຍໄດ້ເຫັນຂັ້ນຕອນ ແລະ ວິທີການຜະລິດຈັກສານປະເພດຕ່າງໆ ຂອງເອື້ອຍນ້ອງແມ່ຍິງທີ່ໄດ້ສືບທອດອາຊີບດັ່ງກ່າວຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ.