ຝຶກອົບຮົມວຽກງານການຊ່ວຍເຫຼືອດ້ານຈິດຕະສັງຄົມ

Mar 2, 2026

ຝຶກອົບຮົມວຽກງານການຊ່ວຍເຫຼືອດ້ານຈິດຕະສັງຄົມ, ການປົກປ້ອງ, ການຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

……………………………..

ໃນຕອນເຊົ້າວັນທີ 26 ກຸມພາ 2026 ສູນໃຫ້ຄໍາປືກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຝຶກອົບຮົມວຽກງານການຊ່ວຍເຫຼືອດ້ານຈິດຕະສັງຄົມ, ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ; ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສສຍລ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ; ມີ ທ່ານ ນາງ ສົມພອນ ທຳມະວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ, ສະຫະພັນແມ່ຍິງແຂວງ ພ້ອມດ້ວຍສະຫະພັນແມ່ຍິງ 11 ເມືອງ ເຂົ້າຮ່ວມ.
ການຈັດຝຶກອົບຮົມຄັ້ງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ,ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍສະເພາະການສ້າງຄວາມອາດສາມາດ ແລະ ປະສິດທິພາບໃນການຊ່ວຍເຫຼືອດ້ານຈິດຕະສັງຄົມ, ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃນແຕ່ລະຮູບແບບໃຫ້ມີຄວາມຄ່ອງຕົວຂຶ້ນ ໃຫ້ແກ່ພະນັກງານສະຫະພັນແມ່ຍິງແຂວງ ແລະ ສຍ ເມືອງ 11 ເມືອງ ຂອງແຂວງວຽງຈັນ ກ່ຽວກັບການບຳບັດຟື້ນຟູທາງດ້ານຈິດໃຈ ພ້ອມທັງເປັນການແລກປ່ຽນບົດຮຽນທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້; ຊຸດຝຶກອົບຮົມຄັ້ງນີ້ດຳເນີນເປັນເວລາ 2 ວັນ ( ໃນລະຫວ່າງວັນທີ 26-27 ກຸມພາ 2026 ) ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ ແກ້ວອຸດົມ ແຂວງວຽງຈັນ.