ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຂົ້າພົບປະຢ້ຽມຢາມການນຳຂັ້ນສູງແຂວງສະຫວັນນະເຂດ
ໃນຕອນເຊົ້າວັນທີ 19 ມັງກອນ 2026 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທັງເປັນຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ເຂົ້າພົບປະຢ້ຽມຢາມທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເຊິ່ງມີຫົວໜ້າຫ້ອງວ່າການແຂວງ ແລະເລຂາທິການສະພາປະຊາຊົນແຂວງເຂົ້າຮ່ວມນຳ.
ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວໃຫ້ຮູ້ຈຸດປະສົງຂອງການເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ກໍ່ເພື່ອຕິດຕາມ ແລະຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຢູ່ທີ່ແຂວງສະຫວັນນະເຂດ ເພື່ອໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ພ້ອມດຽວກັນນີ້ ກໍ່ຍັງຈະຕິດຕາມ, ຊຸກຍູ້, ສົ່ງເສີມບົດບາດຂອງແມ່ຍິງລາວບັນດາເຜົ່າໃນບັ້ນການເລືອກຕັ້ງໃນຄັ້ງນີ້ ແລະໃນຂົງເຂດວຽກງານອື່ນໆພາຍໃນແຂວງຕື່ມອີກ.
ວາລະດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ຍົກໃຫ້ຮູ້ໂດຍສັງເຂບກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆຂອງແຂວງສູ່ການເລືອກຕັ້ງ ສສຊ/ສສຂ ທີ່ຈະໄດ້ຈັດຂຶ້ນພ້ອມກັນທົ່ວປະເທດໃນວັນທີ 22 ກຸມພາ 2026ທີ່ຈະເຖິງນີ້, ມາຮອດປະຈຸບັນ ແຂວງສະຫວັນນະເຂດ ໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດໃນໜ້າວຽກຕ່າງໆ ເປັນຕົ້ນດ້ານບຸກຄະລາກອນ ກໍ່ຄືເປົ້າໝາຍຜູ້ທີ່ຈະລົງສະໝັກເປັນ ສສຊ/ສສຂ ກໍ່ໄດ້ມີການປຶກສາຫາລືເພື່ອກຳນົດເອົາຜູ້ທີ່ມາດຖານເງື່ອນໄຂຄົບຖ້ວນລົງຮັບສະໝັກເລືອກຕັ້ງ, ຈາກນີ້ສຳລັບຜູ້ທີ່ມີສິດເລືອກຕັ້ງທີ່ໄປອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະຜູ້ທີ່ໄປແບບບໍ່ຖືກຕ້ອງ ກໍ່ໄດ້ມີການເກັບກຳຂໍ້ມູນ ແລະປະສານຫາຄອບຄົວເຂົາເຈົ້າແລ້ວ ຊຶ່ງຕ້ອງໄດ້ໃຫ້ກັບມາປ່ອນບັດເລືອກຕັ້ງໃນຄັ້ງນີ້ ໃຫ້ທ່ວງທັນ ແລະຄົບຖ້ວນຕາມຈຳນວນ, ພ້ອມດຽວກັນນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ຍັງໄດ້ຍົກໃຫ້ຮູ້ຕື່ມກ່ຽວວຽກງານການຊຸກຍູ້ສົ່ງເສີມບົດບາດຂອງແມ່ຍິງ, ເຊິ່ງແຂວງພວກເຮົາໄດ້ໃຫ້ຄວາມເອົາໃຈໃສ່ ແລະໄດ້ຈັດເຂົ້າໃນແຜນ 5 ປີຂອງແຂວງ, ພ້ອມນີ້ ກໍ່ຈະໄດ້ມີການຈັດສັນງົບປະມານເຂົ້າໃນການພັດທະນາ ແລະຊຸກຍູ້ວຽກງານຂອງສະຫະພັນແມ່ຍິງ ແລະຊາວໜຸ່ມ ທີ່ເປັນອົງການຈັດຕັ້ງມະຫາຊົນທີ່ສຳຄັນ ໂດຍສະເພາະແມ່ນໃນຂັ້ນຮາກຖານ ເພື່ອໃຫ້ມີການຈັດຕັ້ງເຄື່ອນໄຫວ ແລະມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.
ໃນໂອກາດທີ່ໄດ້ລົງມາເຄື່ອນໄຫວໃນຄັ້ງນີ້ ທາງຄະນະກໍ່ໄດ້ນຳເຄື່ອງນຸ່ງຫົ່ມກັນໝາວ ຈຳນວນ 10 ເປົາ ແລະ ປຶ້ມຂຽນ 20 ມັດ ມູນຄ່າລວມ 24,000,000 ກີບ (ສາວສີ່ລ້ານກີບ) ມອບໃຫ້ເມືອງເຊໂປນ ແລະ ເມືອງນອງ ເພື່ອນຳໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຕາມ ຄວາມເໝາະສົມ.

