ຕອນບ່າຍ ວັນທີ 27 ພຶດສະພາ 2025, ທ່ານ ນ. ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽຂໍ່ານັບ ຂອງ ທ່ານ ມາກ ການລາເຮີ ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີລົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລື ກ່ຽວກັບ ວຽກງານຄວາມເທົ່າທຽມ ແລະ ການພັດທະນາບົດບາດຍິງ-ຊາຍໃນສັງຄົມ ໂດຍສະເພາະສິ່ງທ້າທາຍກ່ຽວກັບບັນຫາບົດບາດຍິງ-ຊາຍ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃຫ້ສຳເລັດ, ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ຫົວຂໍ້ອື່ນໆ ທີ່ຕິດພັນກັບວຽກງານແມ່ຍິງ ຊຶ່ງໃນຕໍ່ໜ້າສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພາບເອີລົບ ຈະໄດ້ສືບຕໍ່ພົວພັນຮ່ວມມືເຊິ່ງກັນ ແລະ ກັນໃນທຸກດ້ານ ເພື່ອເຮັດໃຫ້ວຽກງານການສົ່ງເສີມບົດບາດຍິງ-ຊາຍໃນສັງຄົມ ແລະ ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຜົນສຳເລັດເທື່ອລະກ້າວ.

