ກອງປະຊຸມຜ່ານວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2021-2025 ຂອງສະຫະພັນແມ່ຍິງລາວ
……………………………………………..
ກອງປະຊຸມຜ່ານວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2021-2025 ຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ໂດຍການເປັນປະທານ ຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ;
ມີທ່ານຮອງປະທານຄະນະບໍລິຫານງານ ສສຍລ, ຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມີທ່ານຮອງປະທານຄະນະບໍລິຫານງານ ສສຍລ, ຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ປີ 2021-2025ສະບັບຈັດພິມປີ 2022, ການສັງລວມທາງດ້ານສະຖິຕິ (ດ້ານບຸກຄົນ, ດ້ານການຈັດຕັ້ງ), ການສັງລວມປະເພດການຍ້ອງຍໍທ້າຍສະໄໝທີ VIII, ການຄາດຄະເນງົບປະມານທີ່ຈະນໍາໃຊ້ວຽກງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ (2021-2025); ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ວຽກດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນຍິ່ງຂຶ້ນ.

