ກອງປະຊຸມວິສາມັນ

May 28, 2025

ກອງປະຊຸມວິສາມັນ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
……………………………………………………..
ໃນຕອນເຊົ້າຂອງ ວັນທີ 27 ພຶດສະພາ 2025 ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມວິສາມັນ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໂດຍການເປັນປະທານ ຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈຳການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ມີ ບັນດາທ່ານ ຮອງປະທານ ແລະ ກຳມະການ ຄຊກມດ, ບັນດາ ທ່ານ ປະທານ-ຮອງປະທານ ຄກມດ ກະຊວງ-ອົງການ ເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການຈັດຂະບວນການສະເຫຼີມສະຫຼອງຄົບຮອບ 44 ປີ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃນ ສປປ ລາວ (14 ສິງຫາ 1981-14 ສິງຫາ 2025) ແລະ ປຶກສາຫາລືກ່ຽວກັບບັນຫາທີ່ປິ່ນອ້ອມກ່ຽວກັບການເຄື່ອນໄຫວວຽກຂອງຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບ ໃນການຈັດຕັ້ງປະຕິບັດຂະບວນການການສະເຫຼີມສະຫຼອງຄົບຮອບ 44 ປີ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃນ ສປປ ລາວ (14 ສິງຫາ 1981-14 ສິງຫາ 2025) ພ້ອມທັງເຫັນດີ ໃຫ້ມີການຍ້ອງຍໍບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານ ໃນການຈັດຕັ້ງວຽກງານດັ່ງກ່າວຕື່ມອີກ.