ກອງປະຊຸມແນະນຳວຽກງານ Vroom ຮ່ວມກັບສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງ ແລະ ເກັບກຳຂໍ້ມູນພື້ນຖານຢູ່ຂັ້ນບ້ານ
…………………………….
ໃນລະຫວ່າງວັນທີ 22-23 ພຶດສະພາ 2025 ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການອຸຍນິເຊັບ ໄດ້ຈັດກອງປະຊຸມແນະນຳວຽກງານ Vroom ຮ່ວມກັບສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງ ແລະ ການເກັບກຳຂໍ້ມູນພື້ນຖານຢູ່ຂັ້ນບ້ານ ທີ່ເມືອງງອຍ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມ ແລະ ກ່າວເປີດໂດຍ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ໄຊມ້ອນ ຫົວໜ້າຝ່າຍສື່ສານ ແລະ ສົ່ງເສີມ ອົງການອຸຍນິເຊັບ.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອແນະນຳພາບລວມຂອງວຽກງານ Vroom ໃນການຈັດຕັ້ງປະຕິບັດກິດຈະກຳ Vroom ໃຫ້ສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງງອຍ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈ ເຫັນໄດ້ເຖິງຄວາມຈຳເປັນໃນການດຳເນີນກິດຈະກຳ Vroom ຢ່າງມີປະສິດທິພາບ ໃນສະພາບແວດລ້ອມທີ່ເໝາະສົມຂອງຊຸມຊົນ ແລະ ຫ້ອງຮຽນກຽມປະຖົມ ແລະ ເພື່ອເກັບກຳສັງລວມຂໍ້ມູນພື້ນຖານການປະເມີນ, ການປະຕິບັດການດູແລເດັກນ້ອຍໃນທ້ອງຖິ່ນ ທີ່ເນັ້ນໃນການລ້ຽງລູກແຕ່ 0-5 ປີ ຢູ່ ບ້ານເປົ້າໝາຍ 3 ບ້ານຄື: ບ້ານເມືອງງອຍ, ບ້ານຈອມຍິ່ງ, ບ້ານປາກຍາກ ເມືອງ ງອຍ ແຂວງ ຫຼວງພະບາງ ແລະ ກະກຽມໃຫ້ແກ່ການເຊື່ອມສານເຂົ້າໃນກິດຈະກຳ ແຜນງານ “ຮັກລູກໃຫ້ໃສ່ໃຈ”. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທີ່ມາຈາກ ສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍທີມງານຈາກອົງການ ອຸຍນີເຊັບ ປະຈຳ ສປປ ລາວ ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 14 ທ່ານ, ຊາຍ 6 ທ່ານ.

