ກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປະຕິບັດຄໍາຕັດສິນຂອງສານ ໃນຄະດີຄ້າມະນຸດ
……………………………..
ໃນລະຫວ່າງວັນທີ 21-23 ພຶດສະພາ 2025 ສູນໃຫ້ຄໍາປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ແຜນງານອາຊຽນອົດສະຕາລີ ເພື່ອຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປະຕິບັດຄໍາຕັດສິນຂອງສານ ໃນຄະດີຄ້າມະນຸດ ທີ່ໂຮງແຮມ ອໍາມະລີ, ເມືອງ ວັງວຽງ ແຂວງ ວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ເປັນປະທານຮ່ວມຂອງທ່ານ ນາງ ດາລີນ ປາຈາລີໂຕ ຊ່ຽວຊານຈາກແຜນງານອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ ພາກພື້ນ. ການຈັດກອງປະຊຸມຄັ້ງນີ້ ເພື່ອປືກສາຫາລື, ແລກປ່ຽນບົດຮຽນດ້ານຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ກ່ຽວກັບວຽກງານການຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນຄະດີຄ້າມະນຸດ ລວມທັງແຜນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ແນໃສ່ຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບກັນ, ມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ຜູ້ຖືກເຄາະຮ້າຍ ໄດ້ຮັບຄວາມເປັນທຳໃນຂະບວນການດຳເນີນຄະດີ ແລະ ໄດ້ຮັບຄ່າເສຍຫາຍທາງແພ່ງຕາມກົດໝາຍ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 41 ທ່ານ, ຍິງ 26 ທ່ານ, ຊາຍ 15 ທ່ານ ຕາງໜ້າຈາກ ປກສ, ຍຸຕິທຳ, ໄອຍະການປະຊາຊົນ, ສານປະຊາຊົນ, ສະຫະພັນແມ່ຍິງລາວຂັ້ນສູນກາງ ແລະນະຄອນຫຼວງວຽງຈັນ, ສະພາທະນາຍຄວາມ, ມູນນິທິເອເຊຍ, ອົງການບ້ານຈຸດສຸມສາກົນ, ແຜນງານອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ.
ຂ່າວ ແລະ ຮູບພາບໂດຍ: ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

