ໃນວັນທີ 21 ພຶດສະພາ 2025 ສູນກາງສະຫະພັນແມ່ຍິງໄດ້ຈັດກອງປະຊຸມທາບທາມເປີດກວ້າງປະກອບຄໍາເຫັນໃສ່ຮ່າງຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ 10 ປີ (2026-2035) ທີ່ຕິດພັນກັບສູນກາງສະຫະພັນແມ່ຍິງລາວ ໂດຍການເປັນປະທານກອງປະຊຸມ ຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທັງເປັນປະທານຄະນະກໍາມະການພັດທະນາຊັບພະຍາກອນມະນຸດ; ມີຄະນະຫ້ອງການ, ກົມ, ສູນ, ຄະນະພະແນກ, ພະນັກງານວິຊາການທີ່ກ່ຽວຂ້ອງ ຈາກຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວເຂົ້າຮ່ວມ. ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຮ່າງແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ 10 ປີ (2026-2035) ທີ່ຢູ່ໃນຄວາມຮັບຜິດຊອບຂອງສູນກາງສະຫະພັນແມ່ຍິງລາວ ຈາກນັ້ນໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ຮ່າງທາບທາມດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດເຂົ້າເຖິງແມ່ຍິງກຸ່ມເປົ້າໝາຍໄດ້ຢ່າງທົ່ວເຖິງ.

ກອງປະຊຸມທາບທາມເປີດກວ້າງປະກອບຄໍາເຫັນໃສ່ຮ່າງຍຸດທະສາດ