ກອງປະຊຸມປຶກສາຫາລືກ່ຽວກັບກອບຕິດຕາມປະເມີນຜົນແຜນພັດທະນາແມ່ຍິງລາວ

May 27, 2025

ວັນທີ 21 ພຶດສະພາ 2025 ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບກອບຕິດຕາມປະເມີນຜົນແຜນພັດທະນາແມ່ຍິງລາວ 2026-2030 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X ໄດ້ສືບຕໍ່ຄົ້ນຄວ້າບັນດາຕົວຊີ້ບອກຂອງແຕ່ລະຄາດໝາຍໂຄງການບູລິມະສິດ ທີ່ນອນໃນຄວາມຮັບຜິດຊອບຂອງ ຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ຕິດພັນກັບແຜນງານສົ່ງເສີມການຜັນຂະຫຍາຍຖະແຫຼງການອາຊຽນວຽກງານແມ່ຍິງສັນຕິພາບ ແລະ ຄວາມໝັ້ນຄົງ (Amplify – WPS). ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນໃສ່ຮ່າງແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ 10 ປີ (2026-2035) ຢູ່ໃນຄວາມຮັບຜິດຊອບຂອງສູນກາງສະຫະພັນແມ່ຍິງລາວ ແລະ ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.