ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ບັນຫາໃຫຍ່ທີ່ບໍ່ຄວນເບິ່ງຂ້າມ
ປັດຈຸບັນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນບັນຫາໃຫຍ່ທີ່ຕ້ອງໄດ້ສຸມໃສ່ປ້ອງກັນ ແລະ ແກ້ໄຂຢ່າງຮີບດ່ວນ, ຍ້ອນຄວາມຮຸນແຮງຍັງຄົງເກີດຂຶ້ນໃນສັງຄົມ ແລະ ເຫັນໄດ້ເລື້ອຍໆຜ່ານການເຜີຍແຜ່ຜ່ານສື່ ໂດຍສະເພາະສື່ສັງຄົມອອນລາຍ, ຊຶ່ງຜູ້ຖືກກະທຳສ່ວນຫຼາຍແມ່ນເປັນແມ່ຍິງ ແລະ ເດັກ. ສ່ວນໃຫຍ່ແລ້ວ ຫຼາຍຄົນຍັງມີຄ່ານິຍົມ ແລະ ຄວາມເຊື່ອ ທີ່ບໍ່ຖືກຕ້ອງກ່ຽວກັບບັນຫາຄວາມຮຸນແຮງ, ຄວາມເຊື່ອດັ່ງກ່າວມີມາແຕ່ດົນນານ ຈຶ່ງເຮັດໃຫ້ຫຼາຍຄົນຄິດວ່າ ບັນຫາຄວາມຮຸນແຮງເປັນບັນຫາທຳມະດາທີ່ເຮົາສາມາດຍອມຮັບ ແລະ ປະຕິບັດແບບນັ້ນຕໍ່ໄປໄດ້ ເປັນຕົ້ນ ຜົວຮ້າຍເມຍ, ຕີເມຍ, ນອກໃຈ, ບັງຄັບຮ່ວມເພດເມື່ອບໍ່ພ້ອມ, ການຫ້າມບໍ່ໃຫ້ເມຍໄປເຮັດວຽກ, ຫ້າມບໍ່ໃຫ້ລູກຜູ້ຍິງເຂົ້າໂຮງຮຽນ ສົ່ງເສີມແຕ່ລູກຊາຍເທົ່ານັ້ນເພາະມີຄວາມກ້າວໜ້າກວ່າ ແລະ ອື່ນໆ.
ເມື່ອເວົ້າເຖິງຄວາມຮຸນແຮງທີ່ເກີດຂຶ້ນໃນສັງຄົມ ຫຼາຍຄົນອາດຈະເຂົ້າໃຈວ່າ ແມ່ນການທຳຮ້າຍຮ່າງກາຍ, ຕົບຕີ, ການທໍລະມານ ເຮັດໃຫ້ເກີດການບາດເຈັບພຽງເທົ່ານັ້ນ, ໃນຕົວຈິງແລ້ວຄວາມຮຸນແຮງແມ່ນເກີດຈາກຫຼາຍປັດໄຈ ເປັນ ຕົ້ນ ການໃຊ້ຄຳເວົ້າຕ່າງໆ, ການບັງຄັບ ທີ່ເຮັດໃຫ້ເກີດຜົົນກະທົບຕໍ່ຈິດໃຈ, ອາລົມ ລວມເຖິງຄວາມຮູ້ສຶກທີ່ບໍ່ມີຄວາມປອດໄພໃນການດຳລົງຊີວິດແຕ່ລະມື້. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມີ 4 ປະເພດ ຄື: ຄວາມຮຸນແຮງທາງດ້ານຮ່າງກາຍ, ຄວາມຮຸນແຮງທາງຈິດໃຈ, ຄວາມຮຸນແຮງທາງເພດ ແລະ ຄວາມຮຸນແຮງຕໍ່ຊັບສິນ ຫຼື ເສດຖະກິດ.

ແມ່ຍິງ ແລະ ເດັກ ເປັນເພດທີ່ຖືກໃຊ້ຄວາມຮຸນແຮງກວມອັດຕາສ່ວນຫຼາຍ ຍ້ອນວ່າພວກເຂົາເຫຼົ່ານັ້ນ ເປັນແມ່ຍິງ ຊຶ່ງເປັນເພດທີ່ມີຄວາມສ່ຽງໃນການຖືກກະທຳ ແລະ ຖືກໃຊ້ຄວາມຮຸນແຮງຫຼາຍກວ່າ, ໃນຫຼາຍກໍລະນີ ຄວາມຮຸນແຮງທີ່ເກີດຂຶ້ນ ແມ່ຍິງສ່ວນຫຼາຍຍັງມີຄວາມອາຍ ແລະ ບໍ່ກ້າ ທີ່ຈະເລົ່າໃນສິ່ງທີ່ເກີດຂຶ້ນກັບຕົນເອງໃຫ້ຄົນອື່ນຟັງ, ໂດຍສະເພາະການຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ ເລີ່ມຈາກການຂໍຄຳປຶກສາທາງດ້ານຈິດໃຈ ໄປຈົນເຖິງການເຂົ້າເຖິງຂະບວນການຍຸດຕິທຳ ຍັງມີຈຳນວນໜ້ອຍທີ່ສຸດ ຍ້ອນຢ້ານຈະຖືກນິນທາ ແລະ ເຢາະເຢີ້ຍຈາກສັງຄົມ ແລະ ຢ້ານວ່າເມື່ອຂໍຄວາມຊ່ວຍເຫຼືອໄປແລ້ວຈະຖືກຄຸກຄາມໜັກໄປກວ່າເກົ່າອີກ, ຊຶ່ງປັດຈຸບັນ ກໍໄດ້ມີຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ໄດ້ຮ່ວມມືກັນເອົາໃຈໃສ່ໂຄສະນາສິດທິຂອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ປະເພດຂອງຄວາມຮຸນແຮງທີ່ເກີດຂຶ້ນຕໍ່ແມ່ຍິງ, ການປົກປ້ອງ ແລະ ປ້ອງກັນຕົນເອງເມື່ອຖືກໃຊ້ຄວາມຮຸນແຮງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຄວາມຮູ້ດ້ານອື່ນໆ ລວມທັງການສະໜອງງົບປະມານເພື່ອສ້າງສູນ, ຫ້ອງການຕ່າງໆ ເພື່ອຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາຕໍ່ແມ່ຍິງທີ່ຖືກໃຊ້ຄວາມຮຸນແຮງ. ຄຽງຄູ່ກັນນີ້ ກໍໄດ້ຈັດກິດຈະກຳຕ່າງໆຂຶ້ນໃນແຕ່ລະໄລຍະ ໂດຍເນັ້ນການມີສ່ວນຮ່ວມຂອງເພດຍິງ ແລະ ເພດຊາຍ ເພື່ອເປັນແບບຢ່າງນຳໜ້າ, ທັງເປັນກະບອກສຽງສຳຄັນໃນການໂຄສະນາ ແລະ ປຸກລະດົມ ໃຫ້ທຸກຄົນມີສ່ວນຮ່ວມນຳ ແນໃສ່ໃຫ້ສາມາດນຳເອົາຂໍ້ມູນຂ່າວສານ ກໍຄືຜົນຮ້າຍທີ່ເກີດ ຈາກຄວາມຮຸນແຮງໄປເຜີຍແຜ່ໃຫ້ໝູ່ເພື່ອນ, ຄອບຄົວ ກໍຄືສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ສາມາດ ຕອບໂຕ້ກັບບັນຫາທີ່ເກີດຂຶ້ນໄດ້ຢ່າງມີສະຕິ ແລະ ທັນເວລາກວ່າເກົ່າ.
ອີງຕາມບົດລາຍງານແຫ່ງຊາດ ໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຊີ້ໃຫ້ເຫັນວ່າ: ໃນການເກັບກຳຂໍ້ມູນຄຳຕັດສິນຂອງສານກ່ຽວກັບຄະດີທີ່ພົວພັນເຖິງການໃຊ້ຄວາມຮຸນແຮງ ມີຄະດີທີ່ແມ່ຍິງເປັນຜູ້ຖືກເຄາະຮ້າຍ ກວມຈໍານວນຫຼາຍເຖິງ 759 ເລື່ອງ, ໃນນັ້ນ ມີຄະດີກ່ຽວກັບການໃຊ້ຄວາມຮຸນແຮງ ຈໍານວນ 41 ເລື່ອງ (ຄ້າມະນຸດ 6 ເລື່ອງ, ທຳມິດສະຈານ 35 ເລື່ອງ). ນອກນັ້ນ, ຍັງໄດ້ມີການແຍກປະເພດຄະດີທີ່ເດັກເປັນຜູ້ຖືກເຄາະຮ້າຍໃນຄະດີການໃຊ້ຄວາມຮຸນແຮງ ຈໍານວນ 17 ເລື່ອງ ຊຶ່ງສາຍກ່ຽວພັນລະຫວ່າງຜູ້ຖືກເຄາະຮ້າຍກັບຜູ້ກະທຳຜິດ ສ່ວນຫຼາຍແມ່ນໝູ່ເພື່ອນ, ຄົນບ້ານດຽວກັນ ຫຼື ເປັນຄອບຄົວ ແລະ ຍາດຕິພີ່ນ້ອງທີ່ມີຄວາມໃກ້ຊິດກັນ.
ທ່ານ ນາງ ລັດຕະນາ ສີອຸທຸມ ວິຊາການໃຫ້ຄຳປຶກສາ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ບເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ຮູ້ວ່າ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ ໄດ້ເຮັດໜ້າທີ່ໃນການໃຫ້ຄຳປຶກສາ, ການຮັບແຈ້ງຄວາມ, ຮັບຄຳສະເໜີ, ເຂົ້າຮ່ວມການໄກ່ເກ່ຍ, ການແກ້ໄຂບັນຫາ ຂອງແມ່ຍິງ-ເດັກທີ່ມີບັນຫາໃນຄອບຄົວ ແລະ ສັງຄົມ, ທັງໄດ້ສະໜອງການຊ່ວຍເຫຼືອອັນຈຳເປັນແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ຄວາມຮຸນແຮງໃນຮູບແບບຕ່າງໆ. ພ້ອມນັ້ນ ກໍໄດ້ໃຫ້ຄໍາປຶກສາ, ສະໜອງຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງກັບບັນຫາຕ່າງໆເພື່ອໃຫ້ຜູ້ມາຂໍຄຳປຶກສາມີຂໍ້ມູນໃນການພິຈາລະນາ, ສາມາດຕັດສິນໃຈໃນການແກ້ໄຂບັນຫາດ້ວຍຕົນເອງໄດ້ ແລະ ຖ້າຫາກຕ້ອງການເຂົ້າເຖິງຂະບວນການຍຸຕິທຳ ພວກເຮົາກໍຈະຊ່ວຍເຫຼືອໃນການຮ່າງເອກະສານຕ່າງໆ, ທັງເປັນຜູ້ຕາງໜ້າໃນການປົກປ້ອງສິດ ຫຼື ສະເໜີແຕ່ງຕັ້ງທະນາຍຄວາມຊ່ວຍເຫຼືອທາງດ້ານກົດໝາຍ ໃຫ້ແກ່ຜູ້ມາຂໍຄຳປຶກສາ.
ສໍາລັບການໃຫ້ຄໍາປຶກສາ ແມ່ນມີ 3 ດ້ານຄື: ການບໍລິການໃຫ້ຄໍາປຶກສາແນະນໍາດ້ານກົດໝາຍ, ດ້ານຈິດໃຈ ແລະ ດ້ານສຸຂະພາບ ໂດຍມີຢູ່ 2 ຮູບແບບ ຄື: ບໍລິການໃຫ້ຄໍາປຶກສາແບບເຊິ່ງໜ້າ ແລະ ຜ່ານທາງໂທລະສັບສາຍດ່ວນ ແລະ ເບີວັອດແອັບ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແມ່ຍິງ-ເດັກ ທີ່ບໍ່ສະດວກໃນການເດີນທາງ, ຢູ່ຫ່າງໄກ ຫຼື ບໍ່ຕ້ອງການເປີດເຜີຍຕົນເອງ ໃຫ້ສາມາດເຂົ້າເຖິງການບໍລິການໃຫ້ຄຳປຶກສາໄດ້. ນອກຈາກນີ້ ໃນກໍລະນີຕົກຢູ່ໃນຄວາມສ່ຽງຈາກການຄ້າມະນຸດຢູ່ຕ່າງປະເທດ ກໍສາມາດສົ່ງຂໍ້ຄວາມຜ່ານທາງເຟສບຸກທີ່ຊື່ວ່າ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ ເພື່ອຂໍຄວາມຊ່ວຍເຫຼືອໄດ້ເຊັ່ນກັນ.
ໄລຍະຜ່ານມາ ການຊ່ວຍເຫຼືອ ແລະ ເບິ່ງແຍງດູແລຜູ້ຖືກເຄາະຮ້າຍ ແມ່ນໄດ້ປະຕິບັດຕາມຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ມາດຕະຖານການດໍາເນີນງານ ການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງໃນ ສປປ ລາວ ຊຶ່ງຫຼັກໆແລ້ວແມ່ນເຮົາໃຫ້ການຊ່ວຍເຫຼືອຢູ່ 6 ດ້ານຄື: ດ້ານສະຖານທີ່ພັກເຊົາ, ດ້ານການແພດ, ດ້ານກົດໝາຍ, ດ້ານການສຶກສາ ແລະ ຝຶກວິຊາຊີບ, ດ້ານເສດຖະກິດ, ດ້ານການກັບຄືນສູ່ຄອບຄົວ ແລະ ສັງຄົມ (ແຕ່ຖ້າເປັນຜູ້ຖືກເຄາະຮ້າຍທີ່ຖືກໃຊ້ຄວາມຮຸນແຮງ ແມ່ນຈະເພີ່ມມາອີກ 3 ດ້ານຄື: ດ້ານສັງຄົມສົງເຄາະ, ການເບິ່ງແຍງດູແລເດັກ, ການໃຫ້ຄໍາປຶກສາ) ໃນການປົກປ້ອງຊ່ວຍເຫຼືອນັ້ນ ແມ່ນເຮົາໄດ້ຄຳນຶງເຖິງຄວາມລະອຽດອ່ອນຂອງແຕ່ລະກຸ່ມເປົ້າໝາຍ ເພື່ອໃຫ້ເຂົາໄດ້ຮັບການເບິ່ງແຍງດູແລທີ່ເໝາະສົມ ເຊັ່ນ: ເດັກ, ຊົນເຜົ່າ, ຜູ້ພິການ, ກຸ່ມທີ່ມີຄວາມລະອຽດອ່ອນທາງດ້ານເພດ ຫຼື ຄົນຕ່າງປະເທດ, ວັດທະນະທຳໃນການດຳລົງຊີວິດ, ການກິນຢູ່ ແລະ ອື່ນໆ.
ຂໍຝາກເຖິງຜູ້ທີ່ກຳລັງຕົກເປັນເຫຍື່ອຂອງຄວາມຮຸນແຮງ ໃຫ້ທ່ານຂໍຄວາມຊ່ວຍເຫຼືອກັບຄົນໃກ້ຊິດ ໂດຍແຈ້ງໄປຫາອົງການຈັດຕັ້ງທີ່ຢູ່ໃກ້ກັບທ່ານທີ່ສຸດ ເຊັ່ນ: ບ່ອນເຮັດວຽກ, ຫ້ອງການປົກຄອງບ້ານ, ເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນອື່ນໆ, ຊຶ່ງທ່ານຄວນຄຳນຶງຢູ່ສະເໝີວ່າຄວາມຮຸນແຮງ ຫຼື ການຄ້າມະນຸດ ບໍ່ແມ່ນເລື່ອງສ່ວນຕົວທີ່ໜ້າອັບອາຍ ແຕ່ແມ່ນການກະທໍາທີ່ເປັນການລະເມີດສິດທິຂັ້ນພື້ນຖານຂອງແມ່ຍິງ, ເປັນການກະທໍາທີ່ຜິດຕໍ່ກົດໝາຍ, ຂໍໃຫ້ທຸກຄົນຈົ່ງຊ່ວຍກັນເປັນກະບອກສຽງໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ໝົດໄປຈາກສັງຄົມລາວ. ຫາກທ່ານພົບເຫັນເຫດການດັ່ງກ່າວ ສາມາດໂທແຈ້ງໄດ້ທີ່ເບີ 1362 ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ ແລະ ເບີ 1300 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ພວກເຮົາພ້ອມທີ່ຈະໃຫ້ການຊ່ວຍເຫຼືອທ່ານຕະຫຼອດເວລາ.

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຍັງຄົງເກີດຂຶ້ນ ແລະ ຍິ່ງນັບມື້ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ໂດຍສະເພາະແມ່ຍິງທີ່ມີຄອບຄົວແລ້ວແມ່ນຍັງມີຂໍ້ຈຳກັດ, ຂາດໂອກາດ ແລະ ມີສິ່ງກີດຂວາງໃນການພັດທະນາຕົນເອງໃນທຸກດ້ານ, ສິ່ງສຳຄັນ ພວກເຮົົາທຸກຄົນ ທັງຍິງ ແລະ ຊາຍ ຈະຕ້ອງໄດ້ຮ່ວມມືກັນແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ອັນເປັນການກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ ໂດຍເລີ່ມຈາກສະຖາບັນຄອບຄົວ ເມື່ອເກີດບັນຫາກໍຄວນຫັນໜ້າປຶກສາກັນ ດ້ວຍເຫດ ແລະ ຜົນ, ໃຫ້ກຽດຊຶ່ງກັນ ແລະ ກັນ ພຽງເທົ່ານີ້ກໍ່ຈະສາມາດຊ່ວຍໃຫ້ຄອບຄົວມີຄວາມອົບອຸ່ນຜາສຸກ ແລະ ບໍ່ເກີດຄວາມຮຸນແຮງ. ບັນຫາຄວາມຮຸນແຮງເປັນບັນຫາໃຫຍ່ ແລະ ບໍ່ແມ່ນເປັນບັນຫາສະເພາະໂຕບຸກຄົນເທົ່ານັ້ນ, ພວກເຮົາທຸກຄົນຕ້ອງໄດ້ມີສ່ວນຮ່ວມ ແລະ ພ້ອມກັນນຳເອົາມາດຕະການຕ່າງໆໄປຈັດຕັ້ງປະຕິບັດໃຫ້ທົ່ວເຖິງ ເພື່ອເປັນອີກຊ່ອງທາງໜຶ່ງໃນການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ທັງເຮັດໃຫ້ຄວາມຮຸນແຮງໃນສັງຄົມຄ່ອຍໆຫຼຸດລົງ ແລະ ໝົດໄປໃນອະນາຄົດ.
ໂດຍ: ສຸມາລີ
ແຫຼ່ງຂໍ້ມູນ:
– ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ(CEDAW), ບົດລາຍງານແຫ່ງຊາດ ໄລຍະທີ 10 ປີ 2023.
– ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ
ສະໜັບສະໜູນໂດຍ: INDO-PACIFIC MEDIA RESILIENCE PROGRAM
