ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ

May 27, 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ 06 ເດືອນຕົ້ນປີ ແລະ ວາງທິດທາງ 06 ເດືອນ ທ້າຍປີ 2025 ຮ່ວມກັບ ຄກມດ ແຂວງ ແລະ ນະຄອນຫຼວງວຽງຈັນ
……………………………………………………
ວັນທີ 21 ພຶດສະພາ 2025 ຫ້ອງການຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ຮ່ວມກັບ ຄກມດ ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ; ມີປະທານ, ຮອງປະທານຄະນະ ຄກມດ ບັນດາແຂວງ, ຄະນະຫ້ອງການ ຄຊກມດ ແລະ ພະນັກງານຂອງຫ້ອງການ ຄຊກມດ ເຂົ້າຮ່ວມ (ກອງປະຊຸມແບບເຊິ່ງໜ້າ ແລະ ແບບອອນລາຍ).
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2025, ແນະນຳການສະຫຼຸບແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ ຕິດພັນກັບບັນດາຄາດໝາຍສູ້ຊົນ, ແນະນຳການສະຫຼຸບແຜນດຳເນີນງານແຫ່ງຊາດ ແມ່ ແລະ ເດັກ(2021-2025). ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ, ປະກອບຄໍາຄິດເຫັນຕໍ່ບັນດາເອກະສານຂ້າງເທິງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໄດ້ຂອງແຕ່ລະພາກສ່ວນໄດ້ດໍາເນີນໄປດ້ວຍດີ ມີຜົນສໍາເລັດ ແລະ ມີປະສິດທິພາບ.