ການລົງເຄື່ອນໄຫວວຽກຢູ່ແຂວງສະຫວັນນະເຂດ

May 27, 2025

ການລົງເຄື່ອນໄຫວວຽກຢູ່ແຂວງສະຫວັນນະເຂດເພື່ອປຶກສາຫາລືວຽກງານສະຖາບັນການເງິນຈຸລະພາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ
__________________
ໃນຕອນເຊົ້າວັນທີ 20 ພຶດສະພາ 2025, ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານສະຖາບັນການເງິນຈຸລະພາກທີຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທັງເປັນປະທານສະພາບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ, ທ່ານ ນາງ ມະໄລທອງ ທຳມະຕິກາ ປະທານສະຫະພັນແມ່ຍິງແຂວງ ພ້ອມຄະນະ, ບັນດາທ່ານ ຜູ້ອໍານວຍການ ສກຈຮ ພຍຄ ພ້ອມຄະນະ, ຫົວໜ້າຂະແໜງ, ຮອງຂະແໜງ ແລະພະນັກງານວິຊາການສະຫະພັນແມ່ຍິງແຂວງເຂົ້າຮ່ວມ 13 ທ່ານ, ຍິງ 12 ທ່ານ, ຊາຍ 01ທ່ານ.
ໃນກອງປະຊຸມທ່ານ ນາງ ວິໄລວັນ ດີລະພັນ ຜູ້ອຳນວຍການສະຖາບັນການເງິນຈຸລະລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາປີ 2024 ແລະ ທິດທາງແຜນການປີ 2025 ໂດຍສະເພາະໃນຂອບເຂດ ເມືອງເປົ້າຫຼາຍຂອງ ແຂວງ ສະຫວັນນະເຂດ ຄື: ເມືອງອຸທຸມພອນ ແລະ ເມືອງອາດສະພັງທອງ. ໃນພາກບ່າຍ, ທ່ານ ນ ສິລິກິດ ບຸບຜາ ຍັງໄດ້ສືບຕໍ່ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນແມ່ຍິງເມືອງອຸທຸມພອນ ແລະ ເມືອງອາດສະພັງທອງ. ພ້ອມນີ້, ຍັງໄດ້ຖືໂອກາດລົງຢ້ຽມຢາມ ແລະ ແລກປ່ຽນດ້ານວຽກງານການເງິນຈຸລະພາກ ຮ່ວມກັບ ເມືອງ ອາດສະພອນ ຕື່ມອີກ.
(ຂ່າວ ແລະ ຮູບພາບຈາກ: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ)