ຜົນສຳເລັດກອງປະຊຸມໃຫຍ່

May 12, 2025

ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງຄຳມ່ວນ ຄັ້ງທີ XI
………………………………………..
ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງຄຳມ່ວນ ຄັ້ງທີ XI ໄຂຂຶ້ນ ແລະ ອັດລົງ ໃນວັນທີ 8 ພຶດສະພາ 2025 ທີ່ສະໂມສອນໃຫຍ່ແຂວງ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນາງ ໄພວັນ ພົນຫາລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ; ສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ປ້າອາວຸໂສບໍານານ ພ້ອມດ້ວຍຄະນະພັກອ້ອມຂ້າງແຂວງ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 235 ສະຫາຍ, ຍິງ 186 ສະຫາຍ ແລະ ຊາຍ 49 ສະຫາຍ, ໃນນີ້ມີຜູ້ແທນສົມບູນ 153 ສະຫາຍ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ ສຍ ເປັນວຽກແຖວໜ້າ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດໝາຍ, ນິຕິກຳຕ່າງໆ, ມູນເຊື້ອປະຫວັດສາດຂອງພັກຂອງຊາດ ເຮັດໃຫ້ສະມາຊິກມີທັດສະນະການເມືອງໜັກແໜ້ນ, ເປັນເຈົ້າການປະສານສົມທົບກັບຄະນະພັກ, ຄະນະນໍາ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສະມາຊິກ ສຍ ໄດ້ຮັບການພັດທະນາຕົນເອງຢ່າງຮອບດ້ານ ເປັນຕົ້ນ ດ້ານທິດສະດີ ແລະ ວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 464 ຄົນ ເທົ່າ 387% ທຽບໃສແຜນ 5 ປີ ແມ່ນລື່ນຄາດໝາຍ ເຮັດໃຫ້ຕົວເລກແມ່ຍິງທີ່ໄດ້ຮັບການບັນຈຸສັບຊ້ອນເຂົ້າໃນຕຳແໜ່ງງານນຳພາ-ຄຸ້ມຄອງໃນຂັ້ນຕ່າງໆມີຈຳນວນເພີ່ມຂຶ້ນ, ພ້ອມນີ້ ເອື້ອຍນ້ອງແມ່ຍິງຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນ ໄດ້ຮັບຫຼຽນໄຊແຮງງານຊັ້ນສອງ 1 ຫຼຽນ, ຫຼຽນໄຊແຮງງານຊັ້ນສາມ 3 ຫຼຽນ, ຫຼຽນໄຊມິດຕະພາບລາວ-ຫວຽດນາມ 1 ຫຼຽນ, ຫຼຽນ ກາແຮງງານ 1 ໃບ; ໄດ້ຮັບໃບຍ້ອງຍໍລັດຖະບານ ຈຳນວນ 11 ໃບ, ທຸງໄຊ 3 ດີ ຈຳນວນ 11 ຜືນ, ໃບຍ້ອງຍໍ 3 ດີ ຈຳນວນ 62,003 ໃບ, ໃບຊົມເຊີຍ 3 ດີ ຈຳນວນ 6,092 ໃບ, ໄດ້ຮັບໃບຍ້ອງຈາກເຈົ້າແຂວງ ຈຳນວນ 101 ໃບ, ໃບຍ້ອງຍໍຈາກສະຫະພັນແມ່ຍິງແຂວງ ຈຳນວນ 7,055 ໃບ; ຝືກອົບຮົມວິຊາຊີບ ໃຫ້ແກ່ແມ່ຍິງທີ່ທຸກຍາກ ແລະ ດ້ອຍໂອກາດ ໄດ້ 424 ຄົນ ກວມ 102% ທຽບໃສ່ແຜນ ລື່ນຄາດໝາຍ 2% ແລະ ມາດສ້າງຄອບຄົວຕົວແບບໄດ້ 471 ຄອບຄົວ. ພິເສດໄດ້ສ້າງຫ້ອງວາງສະແດງ ຂາຍຜະລິດຕະພັນສິນຄ້າ ຂອງແມ່ຍິງ ເພື່ອນຳເອົາຜະລິດຕະພັນໃນ 10 ຕົວເມືອງມາວາງຂາຍ. ຄຽງຄູ່ກັນນີ້ ກໍໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊືມເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຜ່ານການຈັດຕັ້ງປະຕິບັດສາມາດປະເມີນໜ່ວຍ ແລະ ຮາກຖານສະຫະພັນແມ່ຍິງ 03 ດີອ້ອມຂ້າງແຂວງ ໄດ້ 91% ຂອງຈໍານວນໜ່ວຍ ແລະ ຮາກຖານ, ເມືອງໄດ້ 100%, ໜ່ວຍ ແລະ ຮາກຖານອ້ອມຂ້າງເມືອງໄດ້ 89%; ຂັ້ນບ້ານ ໄດ້ 98% , ພ້ອມນີ້ ກໍໄດ້ເຜີຍແຜ່ປື້ມຄູ່ມືແນະນໍາເບື້ອງຕົ້ນ ແລະ ປະເມີນການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງໄດ້ 104 ບ້ານ, ມີຜູ້ເຂົ້າຮ່ວມ 37,829 ຄົນ, ຍິງກວມເອົາ 53%; ຜ່ານການຈັດຕັ້ງປະຕິບັດສາມາດຢັ້ງຢືນໄດ້ 4,939 ຄອບຄົວ ກວມ 87% ຂອງຈຳນວນຄອບຄົວທີ່ປະເມີນ ແລະ ສ້າງບ້ານສະຫະພັນແມ່ຍິງ 3 ດີ ໄດ້ 24 ບ້ານ ກວມ 45% ຂອງແຜນການ. ໂອກາດນີ້, ຜູ້ແທນກອງປະຊຸມ ໄດ້ເປັນເອກະສັນກັນຮັບຮອງເອົາ ທິດທາງແຜນການ 5 ປີ ຕໍ່ໜ້າ 8 ທິດທາງລວມ ແລະ 24 ຄາດໝາຍສູ້ຊົນ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ແຂວງໄລຍະ 5 ປີ (2020-2024) ແລະ ແຜນພັດທະນາແມ່ຍິງ ໄລຍະ 5 ປີ (2025-2029) ມີ 9 ແຜນງານ 24 ໂຄງການ, ຮ່າງບົດສຳຫຼວດການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງ ຄຳມ່ວນ ສະໄໝທີ X. ພ້ອມນີ້ ກໍໄດ້ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ ການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງໃນການເກັບລາຍຮັບເຂົ້າງົບປະມານ,
ຕົວແບບໃນການປູກຝັງ-ລ້ຽງສັດ ແລະ ຕົວແບບການຕໍ່າຫູກບ້ານໜອງປີງ.
ຫຼັງຈາກນັ້ນ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄຳມ່ວນ ຊຸດໃໝ່ ຈໍານວນ 29 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ນາງ ໄພວັນ ພົນຫາລາດ ເປັນປະທານ, ສະຫາຍ ນາງ ດາລາມິນ ສີສະຫວ່າງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ສຸດທິລົມ ສຸລິວົງ ເປັນຮອງປະທານ ແລະ ສະຫາຍ ນາງ ສຸກຖີ່ຖາວອນ ແສງສຸວັນນຸຮັກ ເປັນຮອງປະທານກວດກາ. ພ້ອມນີ້ ກໍໄດ້ເລືອກເອົາຜູ້ແທນສົມບູນ 16 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ວັນໄຊ ພອງສະຫວັນ ແລະ ສະຫາຍ ນາງ ສິລິກິດ ບຸບຜາ ເຊິ່ງທັງສອງສະຫາຍໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງຊຸດໃໝ່ ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ຄົ້ນຄ້ວາເຊື່ອມຊຶມ ແລະ ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອຂອງພັກ-ຂອງຊາດ ແລະ ຂອງທ່ານຜູ້ນໍາ ໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ໜັກແໜ້ນ, ເຂັ້ມແຂງ ໃນທຸກດ້ານ, ມີການແບ່ງຄວາມຮັບຜິດຊອບລະອຽດພາຍໃນຄະນະ, ຖືສຳຄັນການບຳລຸງຍົກລະດັບ, ກໍ່ສ້າງພະນັກງານເພດຍິງໜຸ່ມນ້ອຍໃຫ້ມີຄວາມຮູ້ຄວາມສາມາດຢ່າງເປັນລະບົບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ເອື້ອຍນ້ອງແມ່ຍິງໄດ້ຍົກລະດັບຄວາມຮູ້ຄວາມສາມາດ ແລະ ມີຄວາມພ້ອມໃນການສືບທອດປ່ຽນແທນ, ສ້າງຖັນແຖວແມ່ຍິງ ຜູ້ມີມາດຕະຖານເງື່ອນໄຂຄົບຖ້ວນໃຫ້ສາມາດບັນຈຸສັບຊ້ອນເຂົ້າໃນຂັ້ນຕຳແໜ່ງພະນັກງານນໍາພາ-ຄຸ້ມຄອງ ສາມາດເຂົ້າຮ່ວມຕັດສິນບັນຫາສໍາຄັນ ແຕ່ລະຂັ້ນ ໃຫ້ນັບມື້ນັບຫຼາຍຂຶ້ນ, ສືບຕໍ່ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ເປັນຂະບວນຟົດຟື້ນ, ເອົາໃຈໃສ່ໂຄສະນາຕ້ານ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ, ສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ເອົາໃຈໃສາສົ່ງເສີມເອື້ອຍນ້ອງແມ່ຍິງໃຫ້ສ້າງເສດຖະກິດຄອບຄົວຕາມທ່າແຮງບົ້ມຊ້ອນຕົວຈິງ, ເອົາໃຈໃສ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດຢ່າງມີການເລືອກເຟັ້ນ ເພື່ອຍາດແຍ່ງເອົາບັນດາບົດຮຽນອັນດີເດັ່ນ, ດຶງດູດເອົາການຊ່ວຍເຫຼືອເຂົ້າມາພັດທະນາວຽກງານແມ່ຍິງ ໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ສິ່ງສຳຄັນ ກໍໃຫ້ນຳເອົາຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ໄປເຜີຍແຜ່ ແລະ ຜັນຂະຫຍາຍເປັນແຜນງານ, ໂຄງການ ເພື່ອສາມາດຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມແຜນທີ່ວາງໄວ້.