ພິທີປະກາດຮັບຮອງແຂວງຄໍາມ່ວນ……

May 9, 2025

ພິທີປະກາດຮັບຮອງແຂວງຄໍາມ່ວນ ເປັນແຂວງສະຫະພັນແມ່ຍິງ 3 ດີ
……………………………
ວັນທີ 08 ພຶດສະພາ 2025, ໂດຍປະຕິບັດຕາມ ຂໍ້ຕົກລົງ ສະບັບເລກທີ 338/ສສຍລ ວ່າດ້ວຍການອະນຸມັດປະກາດຮັບຮອງ ແຂວງຄໍາມ່ວນ ເປັນແຂວງສະຫະພັນແມ່ຍິງ 3 ດີ, ໃນໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຄໍາມ່ວນ ຄັ້ງທີ XI ໄດ້ມີວາລະພິທີປະກາດ ແລະ ຮັບຮອງ ແຂວງຄໍາມ່ວນ ເປັນແຂວງສະຫະພັນແມ່ຍິງ 3 ດີ, ໃຫ້ກຽດລັ່ນຄ້ອງ 9 ບາດ ແລະ ເປີດປ້າຍ ໂດຍ ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ນາງ ສິລິກິດ ບຸບຜາ ຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍການນໍາຂອງແຂວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.