ໃນຕອນເຊົ້າວັນທີ 07 ພຶດສະພາ 2025, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ແລະ ສະຫາຍ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຫົວພັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ຜູ້ແທນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງຫົວພັນ ຄັ້ງທີ X ຕາງໜ້າໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າທົ່ວແຂວງຫົວພັນ ໄດ້ນໍາເອົາກະຕ່າດອກໄມ້ໄປວາງຢູ່ຕໍ່ໜ້າຮູບຫຼ່ໍຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ນໍາພາການປະຕິວັດຊາດ ນໍາພາພະລະກິດປົກປັກຮັກສາຍາດເອົາເອກະລາດແຫ່ງຊາດ ແລະ ພັດທະນາປະເທດຊາດ ເພື່ອຜົນປະໂຫຍດທົ່ວປວງຊົນລາວບັນດາເຜົ່າ ກໍຄື ແຂວງ ຫົວພັນ ແລະ ເພື່ອອວຍພອນໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຫົວພັນໃນຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.

