ຊຸດຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການສ້າງຕັ້ງກຸ່ມການຜະລິດ ແລະ ການເລີ່ມຕົ້ນທຸລະກິດ ເປັນຜູ້ປະກອບການທີ່ດີ ໃຫ້ສະຫະພັນແມ່ຍິງ ເມືອງນໍ້າທາ ແຂວງຫຼວງນໍ້າທາ
————————-
ພິທີເປີດຊຸດຝຶກອົບຮົມ ການໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການສ້າງຕັ້ງກຸ່ມການຜະລິດ ແລະ ການເລີ່ມຕົ້ນທຸລະກິດ ເປັນຜູ້ປະກອບການທີ່ດີ ໃຫ້ສະຫະພັນແມ່ຍິງ ເມືອງ ນໍ້າທາ, ແຂວງ ຫຼວງນໍ້າທາ ຈັດຂຶ້ນໃນວັນທີ 06 ພຶດສະພາ 2025 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຄະນະປະທານສະຫະພັນແມ່ຍິງແຂວງ, ເມືອງ, ບ້ານ, ຫ້ອງການກະສິກຳເມືອງ ແລະ ທີມງານ ຄູຝຶກຈາກສູນກາງ (ສູນອົບຮົມແມ່ຍິງລາວ ສສຍລ ແລະ ວິທະຍາກອນຈາກກະຊວງກະສິກຳ ແລະ ປ່າໄມ້) ເຂົ້າຮ່ວມ.
ຊຸດຝຶກອົບຮົມ ຄວາມຮູ້ພື້ນຖານກ່ຽວກັບການສ້າງຕັ້ງກຸ່ມການຜະລິດ ແລະ ການເລີ່ມຕົ້ນທຸລະກິດ ເປັນຜູ້ປະກອບການທີ່ດີ ໃຫ້ສະຫະພັນແມ່ຍິງ ເມືອງ ນໍ້າທາ ແຂວງຫຼວງນໍ້າທາຄັ້ງນີ້ ນອກຈາກຈະເປັນຄັ້ງທຳອິດ ທີ່ທາງສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນເພື່ອສະເໜີຂໍງົບປະມານໃນການປະຕິບັດກິດຈະກຳ ແລະ ຍັງເປັນຄັ້ງສຸດທີ່ມີຄວາມໝາຍສຳຄັນ ທີ່ ສສຍລ ໄດ້ມີສ່ວນຮ່ວມໃນການປະກອບສ່ວນ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງຕັ້ງກຸ່ມການຜະລິດ ເພື່ອຊຸກຍູ້ຜະລິດຕະພັນໃຫ້ກາຍເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ເພື່ອຄວາມຍືນຍົງ; ພ້ອມດຽວກັນນີ້ ຍັງຈະມີການຍົກລະດັບທັກສະໃນການແປຮູບຜະລິດຕະພັນຫັດຖະກຳຕໍ່າແຜ່ນແພຜ້າຝ້າຍ ທີ່ຕິດພັນກັບເອກະລັກຂອງທ້ອງຖິ່ນ ໃຫ້ກຸ່ມການຜະລິດ ກາຍເປັນຜູ້ປະກອບການທີ່ດີ ແລະ ເຄືອຄ່າຍທີ່ຕິດພັນກັບການສົ່ງເສີມຜະລິດຕະພັນ ຂອງກຸ່ມຜູ້ຜະລິດພາຍໃນ ແຂວງ ຫຼວງນໍ້າທາ.
ໂຄງການຍົກລະດັບຄວາມຮູ້ໃຫ້ແກ່ແມ່ຍິງ ກ່ຽວກັບການແປຮູບຜະລິດຕະພັນຫັດຖະກຳ ທີ່ໄດ້ຈາກການຜະລິດພາຍໃນທ້ອງຖີ່ນໃຫ້ກາຍເປັນສິນຄ້າ ຍັງເປັນໂຄງການທີ່ສ້າງໂອກາດໃນການເປັນຜູ້ປະກອບການໃຫ້ແມ່ຍິງ ທີ່ ແຂວງ ຫຼວງນໍ້າທາ ໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະຮຽນຮູ້ໃນ 2 ກິດຈະກຳ ຄື: ກິດຈະກຳທີ 1: ຝຶກອົບຮົມໃຫ້ຄວາມຮູ້ພື້ນຖານກ່ຽວກັບການສ້າງຕັ້ງກຸ່ມການຜະລິດ ແລະ ການເລີ່ມຕົ້ນທຸລະກິດ ເປັນຜູ້ປະກອບການທີ່ດີ; ກິດຈະກໍາທີ 2: ຝຶກອົບຮົມການແປຮູບຜະລິດຕະພັນຂອງກຸ່ມ ທີ່ໄດ້ຈາກແຜ່ນແພຜ້າຝ້າຍທ້ອງຖິ່ນ ຜະລິດໃຫ້ກາຍເປັນສິນຄ້າຮູບແບບອື່ນໆ ທີ່ມີມູນຄ່າເພີ່ມຂຶ້ນຕື່ມ ເປັນຕົ້ນ: ກະເປົາ ແລະ ແຟ້ມໃສ່ເອກະສານ ໃຫ້ເປັນຮູບແບບຜະລິດຕະພັນສິນຄ້າແບບໃໝ່ ທີ່ທັນສະໄໝ ແຕ່ຍັງຄົງຮັກສາລວດລາຍເດີມທີ່ເປັນເອກະລັກຂອງ ແຂວງ ຫຼວງນໍ້າທາ ອອກວາງຂາຍຢູ່ພາຍໃນ ແລະ ຕ່າງປະເທດ. ພື້ນທີ່ເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການ ຢູ່ແຂວງຫຼວງນໍ້າທາ, ເມືອງ ນໍ້າທາ, ຈຳນວນ 2 ບ້ານ (ນໍ້າແງ້ນ, ວຽງເໜືອ); ຊຸດຝຶກອົບຮົມຄັ້ງນີ້ດໍາເນີນແຕ່ວັນທີ 06-09 ພຶດສະພາ 2025 ພາຍໃຕ້ການສະໜັບສະໜູນທຶນໂດຍ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ (ທສວ) ກະຊວງອຸດສາຫະກໍາ ແລະ ການຄ້າ.






