ກອງປະຊຸມໃຫຍ່

May 7, 2025

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III
………………………………..
ກອງປະຊຸມໃຫຍ່ ຜູ້ແທນສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄຂຂຶ້ນ ແລະ ອັດລົງ ໃນວັນທີ 05 ພຶດສະພາ 2025 ທີ່ ຫ້ອງປະຊຸມໃຫຍ່ບໍລິສັດລາວໂທລະຄົມ ໂດຍການເປັນປະທານຂອງ ສະຫາຍ ນາງ ເກສອນ ສຸລິວົງ ປະທານສະຫະພັນແມ່ຍິງກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການຊື່ສານ; ມີຮອງລັດຖະມົນຕີກະຊວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມລວມທັງໝົດ 269 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ບັນລຸຜົນສຳເລັດ; ຈາກນັ້ນ, ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ສະຫະພັນແມ່ຍິງ ກະຊວງ ປະກອບມີ 19 ພາກສ່ວນ, ມີ 17 ຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ 02 ໜ່ວຍ. ໃນນັ້ນ, ຂະຫຍາຍສະຫະພັນແມ່ຍິງຮາກຖານ ໄປສູ່ຂົງເຂດວິສະຫະກິດ ໄດ້ 04 ຮາກຖານ (ສະເພາະພາກສ່ວນທີ່ຕິດພັນກັບລັດວິສະຫະກິດ, ຫົວໜ່ວຍທຸລະກິດ, ຫົວໜ່ວຍແຮງງານ), ປະກອບມີ 111 ຈຸ, ສະມາຊິກທັງໝົດ 1.153 ສະຫາຍ, ຜ່ານການປະເມີນ ແລະ ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ແຕ່ ປີ 2021 – 2025 ຈໍານວນຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 5,700 ຄົນ ໃນນັ້ນສາມາດຄັດເລືອກບຸກຄົນ 03 ດີ ປະເພດ I ໄດ້ ຈໍານວນ 5,649 ຄົນ, ປະເພດ II ຈໍານວນ 06 ຄົນ, ຂອງສະມາຊິກສະຫະພັນແມ່ຍິງທັງໝົດ. ພ້ອມດຽວກັນນີ້, ກໍໄດ້ມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ. ຫຼັງຈາກນັ້ນ, ຜູ້ແທນສົມບູນ ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຊຸດໃໝ່ ຈຳນວນ 21 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ເກສອນ ສຸລິວົງ ເປັນປະທານ, ສະຫາຍ ນາງ ຍອດ ໄຊທົງໄຊ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ພິສິດໄພ ກອກມີລາ ເປັນຮອງປະທານ, ສະຫາຍ ນາງ ວິໄລວັນ ຍົດໄຊສົມບູນ ເປັນຮອງປະທານກວດກາ, ສະຫາຍ ນາງ ສີບຸນເຮັງ ມີໄຊຜົນ ເປັນຮອງປະທານກວດກາ; ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ 05 ສະຫາຍ ແລະ ສຳຮອງ 01ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ເຊິ່ງທັງສອງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ, ປັບປຸງແບບແຜນນໍາພາ, ແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ, ເອົາໃຈໃນການສົ່ງເສີມຄວາມກ້າວໜ້າຂອງເອື້ອຍນ້ອງແມ່ຍິງໃຫ້ມີສິດສະເໝີພາບຍິງ-ຊາຍ ເພື່ອຮອງຮັບໜ້າທີ່ການເມືອງທີ່ໄດ້ມອບໝາຍ; ປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານວິຊາສະເພາະພາຍໃຕ້ຫົວຂໍ້: “ແມ່ຍິງ 03 ດີ ແມ່ຍິງດິຈິຕອນ” ເພື່ອຮັບປະກັນຂະບວນເຄື່ອນໄຫວວຽກງານດ້ານວິຊາສະເພາະ; ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດຢ່າງມີການເລືອກເຝັ້ນ ຖືກຕ້ອງຕາມແນວທາງຫຼັກການຂອງພັກໂດຍສະເພາະໃນເງື່ອນໄຂທີ່ປະເທດຂອງພວກເຮົາ ຢູ່ໃນຍຸກແຫ່ງການເຊື່ອມໂຍງກັບສາກົນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເພີ່ມທະວີວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງສະຫະພັນແມ່ຍິງໃຫ້ແທດເຖິງ, ນໍາເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ. ໂອກາດນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບຊຸດຄອມພິວເຕີ ມູນຄ່າ 62.500.000ກີບ ໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປໝູນໃຊ້ໃນວຽກງານສະຫະພັນແມ່ຍິງຕື່ມອີກ.