ປາຖະກະຖາ ແລະ ສຳມະນາ ວັນສ້າງຕັ້ງຄະນະຊາວໜຸ່ມ

May 5, 2025

ຊາວໜຸ່ມ ສູນກາງສະຫະພັນແມ່ຍິງລາວ ຈັດປາຖະກະຖາ ແລະ ສຳມະນາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ເປີດບັ້ນແຂ່ງຂັນ 4 ບຸກ
…………………………………..
ວັນທີ 28 ເມສາ 2025, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ຈັດປາຖະກະຖາ ແລະ ສຳມະນາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ເປີດບັ້ນແຂ່ງຂັນ 4 ບຸກ; ໃຫ້ກຽດປາຖະກະຖາໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າຮ່ວມໂດຍ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຄະນະໜ່ວຍພັກ, ເລຂາໜ່ວຍຊາວໜຸ່ມ ແຕ່ລະກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສະມາຊິກຊາວໜຸ່ມ ແລະ ພະນັກງານ ສສຍລ ເຂົ້າຮ່ວມ.
ໃນພິທີ ສະຫາຍ ທອງລີ ສີສຸລິດ ໄດ້ຍົກໃຫ້ເຫັນຜົນງານການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກັບວຽກງານຊາວໜຸ່ມ ໃນວິລະກໍາຕໍ່ສູ້ກູ້ຊາດຍາດເອົາເອກະລາດຈາກສັດຕູຜູ້ຮຸກຮານ ທີ່ເຂົ້າມາຍາດເອົາດິນແດນຂອງຊາດລາວໃນຄັ້ງອາດີດ ດ້ວຍການເສຍສະຫຼະຊີວິດ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນປະກອບສ່ວນເຂົ້າໃນການແບກຫາບພາລະກໍາປະຫວັດສາດ ຂອງຊາດ ກໍ່ຄື ຂອງຊາວໜຸ່ມລາວ ແລະ ພັກໄດ້ກໍານົດເອົາ ວັນທີ 14 ເມສາ 1955 ເປັນມື້ສ້າງຕັ້ງ ຄະນະຊາວໜຸ່ມປະຊົນ ປະຕິວັດລາວ, ໄດ້ຖືເອົາຊາວໜຸ່ມ ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນກໍາລັງປະຈັນບານໃນທຸກໆສະໜາມຮົບ, ເປັນຜູ້ທີ່ຍອມເສຍສະຫຼະໂດຍບໍ່ມີເງື່ອນໄຂໃດໆ ເພື່ອພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕະຫຼອດ 70 ປີພາຍໃຕ້ຮົ່ມທຸງຂອງພັກ ກໍຄືການນຳພາຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ; ໃນຊຸມປີຕໍ່ໜ້າ ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ຈະຕ້ອງໄດ້ເພີ່ມທະວີການສະກັດກັ້ນ ການປະຕິບັດນະໂຍບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີ ຕໍ່ລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການ, ເຮັດໃຫ້ປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອ ທາດແທ້ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ໂອກາດດຽວກັນນີ້, ຜູ້ເຂົ້າໄດ້ຮັບຟັງການຂຶ້ນສຳມະນາໃນຫົວຂໍ້ ການນໍາໃຊ້ສື່ອອນລາຍທີ່ປອດໄພ; ການແຕ່ງແຕ່ງດອງກ່ອນໄວອັນຄວນ ແລະ ແຜນງານຮັກລູກໃຫ້ໃສ່ໃຈ. ຈາກນັ້ນ ກໍໄດ້ຮັບຟັງການຜ່ານບັນດາເອກະສານສຳຄັນ ເປັນຕົ້ນ: ມະຕິກອງປະຊຸມໃຫຍ່ ຊາວໜຸ່ມ ສສຍລ ຄັ້ງທີ XIII; ຂໍ້ຕົກລົງຮັບຮອງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສຍລ ສະໄໝທີ XIII; ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊປປລ ສສຍລ ສະໄໝທີ XIII; ແຜນດໍາເນີນງານຂອງ ຄຊປປລ ສສຍລ ສະໄໝທີ XIII; ຂໍ້ຕົກລົງວ່າດ້ວຍການອະນຸມັດລາອອກຈາກສະມາຊິກຊາວໜຸ່ມ; ການເຜີຍແຜ່ ແລະ ແນະນຳ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ. ຫຼັງຈາກນັ້ນ ຕາງໜ້າໜ່ວຍຊາວໜຸ່ມແຕ່ລະພາກສ່ວນ ໄດ້ຂຶ້ນຈັບມືເປີດບັ້ນແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ສສຍລ.