ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສະພາແຫ່ງຊາດ ຄັ້ງທີ VI
…………………………………
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສະພາແຫ່ງຊາດ ຄັ້ງທີ VI ໄຂຂຶ້ນ ແລະ ອັດລົງ ໃນວັນທີ 02 ເມສາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີວັນ ເຢຍປາວເຮີ ປະທານສະຫະພັນແມ່ຍິງ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມລວມທັງໝົດ 162 ສະຫາຍ; ໃນນີ້ຜູ້ແທນສົມບູນ 132 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ພ້ອມທັງຮັບຮອງທິດທາງວຽກງານໃນ 5 ປີຕໍ່ໜ້າ (2025-2030) ໂດຍໄດ້ກຳນົດ 5 ທິດທາງລວມ, 8 ຄາດໝາຍສູ້ຊົນ ແລະ 11 ວຽກງານແຕ່ລະດ້ານຂອງຄະນະສະຫະພຫນແມ່ຍິງ. ໄລຍະຜ່ານມາ ຄະນະສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ, ເຕົ້າໂຮມຄວາມສາມັກຄີ, ຊຸກຍູ້ສະມາຊິກແມ່ຍິງອານຸລັກຮັກສາ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ບັນດາເຜົ່າ, ປຸກລະດົມສະມາຊິກສະຫະພັນແມ່ຍິງ ປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ມີຜົນສໍາເລັດ; ສະຫະພັນແມ່ຍິງສະພາແຫ່ງຊາດ ເຄື່ອນໄຫວວຽກງານຂອງຕົນຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວເວົ້າລວມ ເວົ້າສະເພາະການເຄື່ອນໄຫວຂອງສະຫະພັນແມ່ຍິງສະພາແຫ່ງຊາດ ແມ່ນພາຍໃຕ້ການນຳພາ-ຊີ້ນໍາໂດຍກົງຂອງຄະນະພັກສະພາແຫ່ງຊາດ; ໄລຍະຜ່ານມາ ຄະນະພັກ, ຄະນະນໍາແຕ່ລະຂັ້ນຂອງສະພາແຫ່ງຊາດ ໄດ້ເອົາໃຈໃສ່ບໍາລຸງ ແລະ ກໍ່ສ້າງ ພະນັກງານເພດຍິງດ້ວຍຫຼາຍຮູບການ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ໄດ້ຄົ້ນຄວ້າປະຕິບັດນະໂຍບາຍເລື່ອນຊັ້ນ, ເລື່ອນຕໍາແໜ່ງ ແລະ ປະກອບພະນັກງານເພດຍິງເຂົ້າໃນຕໍາແໜ່ງງານຕ່າາງໆຢ່າງເໝາະສົມ. ສໍາລັບການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຜ່ານການປະເມີນແຕ່ປີ 2021 – 2024 ສາມາດຄັດເລືອກໜ່ວຍ 3 ດີ ປະເພດ I ມີ 17 ໜ່ວຍ, ບຸກຄົນ 3 ດີ ປະເພດ I ມີ 145 ສະຫາຍ, ບຸກຄົນ 3 ດີ ປະເພດ II ມີ 14 ສະຫາຍ; ໄດ້ຮັບທຸງໄຊ 3 ດີ ແລະ ທຸງໄຊການເຄື່ອນໄຫວວຽກງານແມ່ ແລະ ເດັກ; ພ້ອມກັນນັ້ນຍັງໄດ້ມີການມອບໃບຍ້ອງຍໍໃຫ້ ຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ ຊຸດທີ V ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ ຈຳນວນ 07 ທ່ານ. ຫຼັງຈາກນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ ຊຸດໃໝ່ ຈຳນວນ 09 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ວິໄຊ ສະຣິດທິລາດ ເປັນປະທານ; ສະຫາຍ ນາງ ກິ່ງນະຄອນ ຈັນທະກຸມມານ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ນາງ ກັນທິນາ ປ້ານອິນຫວນ ເປັນຮອງປະທານ; ສະຫາຍ ນາງ ນິດແກ້ວ ຄຳມີ ເປັນຮອງປະທານ; ສະຫາຍ ນາງ ອ້ອມປະຊາ ໄຊຍະກຸມມານ ເປັນຄະນະທັງເປັນຮອງປະທານກວດກາ; ພ້ອມດຽວກັນນີ້ ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຈໍານວນ 04 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເຊິ່ງທັງສອງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ເສີມຂະຫຍາຍມູນເຊື້ອຮັກຊາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນທາງດ້ານສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການພັດທະນາວຽກງານຂອງສະພາແຫ່ງຊາດໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂື້ນເລື້ອຍໆ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃສນຄະນະຢ່າງລະອຽດ, ນໍາພາສືບຕໍ່ຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງນຳເອົາຜົນສຳເລັດກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.


