ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ກະຊວງການຕ່າງປະເທດຄັ້ງທີ XII
…………………………………….
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຄັ້ງທີ XII ຈັດຂຶ້ນໃນວັນທີ 31 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ໄກມະນີ ອໍລະບູນ ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ (ຕປທ), ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງການຕ່າງປະເທດ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 219 ສະຫາຍ, ຍິງ 202 ສະຫາຍ; ຜູ້ແທນສົມບູນ 181 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ບັນລຸຜົນສຳເລັດ. ຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງກະຊວງ ຕປທ; ຜ່ານມາຄະນະສະຫະພັນແມ່ຍິງ ຕປທ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກແມ່ຍິງດ້ວຍຫຼາຍຮູບການ ພ້ອມທັງເປັນເຈົ້າການປຸກລະດົມສະມາຊິກເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊືມເອກະສານສໍາຄັນຂອງພັກ, ຂອງຊາດ ທີ່ຈັດຂຶ້ນແຕ່ລະໄລຍະຢ່າງເປັນຂະບວນ, ໄດ້ເອົາໃຈໃສ່ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສິດສະເໝີພາບຍິງ-ຊາຍ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຂຶ້ນແຜນກຳນົດກໍ່ສ້າງພະນັກງານເພື່ອປັບປຸງ, ບັນຈຸສັບຊ້ອນ ພະນັກງານເພດຍິງເຂົ້າໃນຕຳແໜ່ງນໍາພາ-ຄຸ້ມຄອງໃນຂັ້ນຕ່າງໆ ໃຫ້ມີຈຳນວນເພີ່ມຂຶ້ນ; ສະຫະພັນແມ່ຍິງກະຊວງ ຕປທ ປະກອບມີ 17 ໜ່ວຍ, 2 ຮາກຖານ, 35 ຈຸຢູ່ຕ່າງປະເທດ, ສະມາຊິກທັງໝົດ 304 ສະຫາຍ(ປະຈຳການຢູ່ຕ່າງປະເທດ 78 ສະຫາຍ); ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (2021-2025) ໄລຍະຜ່ານມາສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ 261 ສະຫາຍ ກວມ 80%; ພ້ອມດຽວກັນນີ້ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຕປທ ສະໄໝທີ XI ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ ຈຳນວນ 10 ສະຫາຍ.
ຫຼັງຈາກນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຕປທ ຊຸດໃໝ່ ຈຳນວນ 13 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ໄກມະນີ ອໍລະບູນ ເປັນປະທານ, ສະຫາຍ ນາງ ວິທະຍາ ໄຊຍະວົງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ແສງດາວັນ ວົງໄຊ ເປັນຮອງປະທານ, ສະຫາຍ ນາງ ຂັນມາລາ ພັນດານຸວົງ ເປັນຮອງປະທານ ແລະ ສະຫາຍ ນາງ ບົວທອງ ໄຊຍະສຸກ ເປັນຄະນະ ທັງເປັນຮອງປະທານກວດກາ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ທອງສະຫວັນ ພົມວິຫານ ເຊິ່ງທັງສອງສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດ, ກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຕິດພັນກັບການຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດສິນທຳປະຕິວັດ, ມີຄວາມອົດທົນ, ດຸໝັ່ນ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງ; ປັບປຸງແບບແຜນນໍາພາ ແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ; ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນການຄັດເລືອກພະນັກງານດີເດັ່ນຂອງກະຊວງ ຕປທ, ຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ໜ້າທີ່ການເມືອງທີ່ຖືກມອບໝາຍ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນໂຄສະນາຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ; ເພີ່ມທະວີວຽກງານການຕິດຕາມ-ກວດກາຮອບດ້ານ ຂອງສະຫະພັນແມ່ຍິງ ແລະ ພ້ອມກັນນໍາເອົາມະຕິກອງປະຊຸມໃນຄັ້ງນີ້ ໄປເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.




