ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງບໍລິຄໍາໄຊ ຈັດເວທີສົນທະນາພາວະຜູ້ນຳເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຮຸ້ນສືບທອດ
……………………………………
ເວທີສົນທະນາພາວະຜູ້ນຳເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຮຸ້ນສືບທອດ ການສ້າງຄອບຄົວມີຄວາມຜາສຸກ (ການເຮັດໜ້າທີ່ຂອງພະນັກງານ ແລະ ຈັດສັນເວລາໃຫ້ແກ່ຄອບຄົວ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ນຍິງສາກົນ ຄົບຮອບ 115 ປີ ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2025 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ; ນໍາພາສົນທະນາໂດຍ ທ່ານ ນາງ ຂັນທອງ ພັນທະຈັກ ຄະນະພັກຮາກຖານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງສະຫະພັນແມ່ຍິງ; ມີຄະປະຈຳສະພາປະຊາຊົນແຂວງ, ຄະນະ ແລະ ສະມາຊິກແມ່ຍິງ ຮາກຖານສະຫະພັນແມ່ຍິງ ສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນເວທີສົນທະນາຄັ້ງນີ້ ໄດ້ຮັບຟັງການນໍາສະເໜີເອກະສານໃນຫົວຂໍ້ ຄວາມຮູ້ພື້ນຖານກ່ຽວກັບພາວະຜູ້ນໍາ ຈາກ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ໂດຍທ່ານໄດ້ຍົກໃຫ້ເຫັນຫຼາຍເນື້ອໃນ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນຄວາມຮູ້ອັນມີຄຸນຄ່າ ສາມາດນຳໄປໃຊ້ໄດ້ຢ່າງມີປະສິດທິພາບ ໃນການພັດທະນາອົງການຈັດຕັ້ງ ແລະ ພັດທະນາຕົນເອງ ເປັນຕົ້ນແມ່ນຄວາມຮູ້ກ່ຽວກັບພາວະຜູ້ນໍາ, ຜູ້ນໍາ ແລະ ສິດອໍານາດ, ອົງປະກອບລັກສະນະຂອງຄວາມເປັນຜູ້ນໍາ ທີ່ມີສັກກະຍະພາບ, ຜູ້ນໍາຂອງຫຼາຍປະເທດຕ່າງຍຸກສະໄໝ ແລະ ອື່ນໆ.
ຈາກນັ້ນ ໄດ້ຮັບຟັງບົດຮຽນການສ້າງຄອບຄົວມີຄວາມຜາສຸກ (ການເຮັດໜ້າທີ່ຂອງພະນັກງານ ແລະ ການຈັດສັນເວລາໃຫ້ແກ່ຄອບຄົວ) ຈາກ ທ່ານ ນາງ ບຸນຊອນ ວໍລະສານ ອາດີດປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງບົດຮຽນ ແລະ ປະສົບການຕົວຈິງໃນການພັດທະນາຕົນເອງ, ວິທີເຮັດໃຫ້ຄອບຄົວມີຄວາມຜາສຸກ ເປັນຕົ້ນແມ່ນການສ້າງຄວາມເປັນແບບຢ່າງພາຍໃນຄອບຄົວ, ການສ້າງຄວາມສາມັກຄີ ແລະ ການແບ່ງຄວາມຮັບຜິດຊອບເຊິ່ງກັນ ແລະ ກັນ, ການສ້າງຈິນຕະນາການໃຫ້ແກ່ລູກຫຼານແຕ່ຍັງນ້ອຍ, ການໃຫ້ໂອກາດໃນການພັດທະນາຕົນເອງ ພາຍໃນຄອບຄົວ ແລະ ອື່ນໆ.
ພ້ອມນັ້ນ ກໍ່ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ມີຄຳສະເໜີ, ແລກປ່ຽນຄວາມຄິດຄຳເຫັນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນເຕັກນິກວິທີທີ່ສ້າງໃຫ້ຄອບຄົວມີຄວາມສາມັກຄີ, ມີການພັດທະນະໃຫ້ດີຂຶ້ນ, ການສ້າງຄວາມຮູ້ຄວາມສາມາດແກ່ລູກຫຼານ ແລະ ອື່ນໆ. ໃນເວທີສົນທະນາຄັ້ງນີ້ ຍັງໄດ້ມີພິທີິມອບໃບຊົມເຊີຍຂອງສະພາປະຊາຊົນແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນ ອຸປະຖຳສະຫະພັນແມ່ຍິງສະພາປະຊາຊົນແຂວງ ໃນວັນແມ່ຍິງສາກົນ ໃຫ້ກຽດມອບໂດຍ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງ.
(ຂ່າວ ແລະ ຮູບພາບຈາກ: ສຍ ສະພາປະຊາຊົນແຂວງບໍລິຄໍາໄຊ)

