ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ

Apr 1, 2025

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຄັ້ງທີ VI
…………………………..
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VI ຈັດຂຶ້ນໃນວັນທີ 28 ມີນາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ປະທານສະຫະພັນແມ່ຍິງ ຫສພ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ລາວັນ ສຸດທິສານ ກຳມະການພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ ຫສພ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 123 ສະຫາຍ, ຜູ້ແທນສົມບູນ 101 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ບັນລຸຜົນສຳເລັດ. ຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ແລະ ແຜນພັດທະນາແມ່ຍິງ ຫສພ ໄລຍະ 5ປີ, ຜ່ານມາຄະນະສະຫະພັນແມ່ຍິງ ຫສພ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກແມ່ຍິງດ້ວຍຫຼາຍຮູບການ ພ້ອມທັງເປັນເຈົ້າການປຸກລະດົມສະມາຊິກເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊືມ ເອກະສານສໍາຄັນຂອງພັກ, ຂອງຊາດ ທີ່ຈັດຂຶ້ນແຕ່ລະໄລຍະຢ່າງເປັນຂະບວນ, ໄດ້ເອົາໃຈໃສ່ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສິດສະເໝີພາບຍິງ-ຊາຍ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານເທົ່າທຽມກັນ, ໄດ້ຊຸກຍູ້ ແລະ ສ້າງໂອກາດໃຫ້ເອື້ອຍນ້ອງແມ່ຍິງໄປຍົກລະດັບຄວາມຮູ້ໃນດ້ານຕ່າງໆຕາມເງື່ອນໄຂຕົວຈິງ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຂຶ້ນແຜນກຳນົດກໍ່ສ້າງພະນັກງານເພື່ອປັບປຸງ, ບັນຈຸສັບຊ້ອນ ພະນັກງານເພດຍິງເຂົ້າໃນຕຳແໜ່ງນໍາພາ-ຄຸ້ມຄອງໃນຂັ້ນຕ່າງໆ ໃຫ້ມີຈຳນວນເພີ່ມຂຶ້ນ. ຄຽງຄູ່ກັນນີ້ ໄດ້ນຳພາສະມາຊິກຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍມີການສະຫຼຸບຕີລາຄາໃນແຕ່ລະໄລຍະ. ຜ່ານການຈັດປະເມີນ ສາມາດຄັດເລືອກໜ່ວຍ ແລະ ບຸກຄົນ 03 ດີ ຄື: ປີ 2021 ຄັດເລືອກໜ່ວຍ 03 ດີ ປະເພດ I ໄດ້ 07 ໜ່ວຍ, ປະເພດ II ຈໍານວນ 01 ໜ່ວຍ; ບຸກຄົນ 03 ດີ ປະເພດ I ຈໍານວນ 104 ສະຫາຍ; ປະເພດ II ຈໍານວນ 33 ສະຫາຍ; ປີ 2022 ຄັດເລືອກໜ່ວຍ 03 ດີ ປະເພດ I ໄດ້ 07 ໜ່ວຍ, ປະເພດ II ຈໍານວນ 01 ໜ່ວຍ; ບຸກຄົນ 03 ດີ ປະເພດ I ຈໍານວນ 107 ສະຫາຍ; ປະເພດ II ຈໍານວນ 21 ສະຫາຍ; ປີ 2023 ຄັດເລືອກໜ່ວຍ 03 ດີ ປະເພດ I ໄດ້ 08 ໜ່ວຍ; ບຸກຄົນ 03 ດີ ປະເພດ I ຈໍານວນ 122 ສະຫາຍ; ປະເພດ II ຈໍານວນ 07 ສະຫາຍ. ໃນວາລະກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄະນະສະຫະພັນແມ່ຍິງທີ່ມີຜົນງານໃນການນຳພາເຄື່ອນໄຫວວຽກງານແມ່ຍິງໃນໄລຍະຜ່ານມາອີກດ້ວຍ.
ຈາກນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ຫສພ ຊຸດໃໝ່ ຈຳນວນ 9 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ນາງ ໃບຄູນ ສົມບັດດວງ ເປັນປະທານ, ສະຫາຍ ນາງ ຂັນກາບ ສັ້ນນິລະວົງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ສີດາ ຮຸ່ງວຽງທອງ ເປັນຮອງປະທານ, ພ້ອມນີ້ ກອງປະຊຸມຍັງໄດ້ຄັດເລືອກເອົາຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຈຳນວນ 1 ສະຫາຍ ຕື່ມອີກ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ວັນໄຊ ແພງຊຸມມາ ແລະ ສະຫາຍ ນາງ ລາວັນ ສຸດທິສານ ເຊິ່ງທັງສອງສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ນໍາພາ-ຊີ້ນໍາສະຫະພັນແມ່ຍິງ, ຄົ້ນຄວ້າຮໍ່າຮຽນວຽກງານການເຄື່ອນໄຫວພາລະບົດບາດ, ສິດໜ້າທີ່ຂອງສະຫະພັນແມ່ຍິງ ແລະ ກົດໝາຍຕ່າງໆທີ່ຕິດພັນ ເພື່ອເຜີຍແຜ່ສູ່ສັງຄົມຢ່າງກວ້າງຂວາງ, ສືບຕໍ່ຄົ້ນຄ້ວາຮໍ່າຮຽນ ແລະ ເຊື່ອມຊຶມ ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ກົດໝາຍ, ນິຕິກຳຕ່າງໆ, ມູນເຊື້ອໃນການເປັນເສນາທິການຊ່ວຍຄະນະນໍາຂັ້ນເທິງ ແລະ ເປັນຈຸດປະສານງານທີ່ເຂັ້ມແຂງ, ພ້ອມທັງເອົາໃຈໃສ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ເຂັ້ມແຂງ, ມີການແບ່ງຄວາມຮັບຜິດຊອບລະອຽດພາຍໃນຄະນະ ເຮັດໃຫ້ມີຄວາມສາມັກຄີພາຍໃນ, ເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກໍານົດແຜນການກໍ່ສ້າງພະນັກງານເພດຍິງຜູ້ທີ່ມີຄວາມພ້ອມເພື່ອສືບທອດປ່ຽນແທນ. ຄຽງຄູ່ກັນນີ້ ກໍສືບຕໍ່ນຳພາຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ເປັນຂະບວນຟົດຟື້ນ; ເອົາໃຈໃສ່ຍົກສູງຄວາມສາມາດ ໃນນາມເປັນເສນາທິການໃຫ້ການນໍາຂັ້ນສູງ ເພື່ອສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່, ຕາມທິດຮັບປະກັນຄຸນນະພາບ ແລະ ທັນສະໄໝ, ຕ້ອງເສີມຂະຫຍາຍຄວາມຮູ້, ຄວາມສາມາດ ແລະ ມີວິໄສທັດກວ້າງໄກ, ຕາມທິດ “ຄິດໃຫ້ເລິກ, ເບິ່ງໃຫ້ກວ້າງ, ໄປໃຫ້ຖືກ” ເພື່ອໃຫ້ສົມຄູ່ ແລະ ສາມາດຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສິ່ງສຳຄັນ ຕ້ອງປົດປ່ອຍແນວຄິດຄອງເດີມ, ບໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ, ມີການສົ່ງເສີມຫົວຄິດປະດິດສ້າງຂອງແມ່ຍິງ ແລະ ກ້າເຮັດກ້າຮັບຜິດຊອບ, ເພີ່ມທະວີການຮ່ວມວຽກກັບ 3 ອົງການຈັດຕັ້ງມະຫາຊົນເພື່ອສ້າງກິດຈະກຳ, ຂະບວນການໃຫ້ກວ້າງຂວາງຍິ່ງຂຶ້ນ, ພ້ອມດຽວກັນນີ້ ຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາໃຫ້ສູງຂຶ້ນ ເພື່ອເປັນຕົວຊີ້ວັດຜົນສຳເລັດຂອງວຽກງານ, ພ້ອມທັງ ນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
ໂອກາດດຽວກັນນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ສະມາຊິກ ສະຫະພັນແມ່ຍິງ ຫສພ ຄັ້ງທີ VI ຈຳນວນ 5,000,000 ກີບ.