ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ
……………………………………………
ວັນທີ 27 ມີນາ 2025, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງ ຢູ່ຕ່າງປະເທດ ໂດຍມີ ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຢີ່ປຸ່ນ; ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ; ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ ທີ່ ຈາກາຕາ ອິນໂດເນເຊຍ; ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ໃນໂອກາດນີ້ ທ່ານປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສໍາຄັນໃນຄັ້ງນີ້, ພ້ອມທັງແຈ້ງກ່ຽວກັບ ພາລະບົດບາດ, ໜ້າທີ່ ແລະ ບັນດາໜ້າວຽກບຸລິມະສິດ ຂອງ ສູນກາງສະຫະພັນແມ່ຍິງລາວ ແລະ ຍົກໃຫ້ເຫັນຂອບການຮ່ວມມືກ່ຽວກັບວຽກງານສູນກາງສະຫະພັນແມ່ຍິງລາວ, ສົນທິສັນຍາ, ສັນຍາສາກົນ ແລະ ການຊ່ວຍເຫຼືອຂອງບັນດາປະເທດ ທີ່ບັນດາທ່ານທູດຈະໄດ້ໄປປະຈໍາການຢູ່. ໃນຕອນທ້າຍ ທ່ານ ປະທານ ສສຍລ ຍັງໄດ້ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ ພ້ອມກັນສືບຕໍ່ຊຸກຍູ້ໂຄສະນາ-ແລກປ່ຽນ ບັນດາວຽກງານ, ກິດຈະກໍາໂຄງການ ຂອງອົງການຈັດຕັ້ງມະຫາຊົນ ເວົ້າລວມ ເວົ້າສະເພາະອົງການຈັດຕັ້ງແມ່ຍິງ ໃຫ້ມີການພົວພັນຮ່ວມມືຫຼາຍຂຶ້ນ ເພື່ອພ້ອມກັນຜັນຂະຫຍາຍບັນດາຂົງເຂດວຽກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະວຽກງານການຊ່ວຍເຫຼືອດ້ານຕ່າງໆ ໃຫ້ນັບມື້ດີຂຶ້ນ ແລະ ເກີດຜົນປະໂຫຍດສູງສຸດ.

