ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອຸດົມໄຊ ຄັ້ງທີ X
……………………………….
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນ ແລະ ອັດລົງ ໃນວັນທີ 25 ມີນາ 2025, ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ສະຫາຍ ນາງ ລີຈັນ ສີສຸທຳ ປະທານສະຫະພັນແມ່ຍິງ ແຂວງອຸດົມໄຊ, ໂດຍການກຽດເຂົ້າຮ່ວມຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ; ມີແຂກຖືກເຊີນ ຈາກ ສູນກາງສະຫະພັນແມ່ຍິງລາວ, ແນວລາວສ້າງຊາດແຂວງ, ຄະນະຈັດຕັ້ງແຂວງ, ອົງການຈັດຕັ້ງມະຫາຊົນ, ການນຳເພດຍິງ, ອາດີດການນຳຂອງສະຫະພັນແມ່ຍິງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງແຂວງຜົ້ງສາລີ ແລະ ຫຼວງນໍ້າທາ, ສະຫະພັນແມ່ຍິງເມືອງ, ຄະນະໜ່ວຍຮາກຖານ ພ້ອມດ້ວຍຜູ້ແທນສົມບູນ ທັງໝົດ 149 ສະຫາຍ.
ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາ ບົດລາຍງານການເມືອງ ແລະ ທິດທາງແຜນການ; ແຜນພັດທະນາວຽກງານແມ່ຍິງແຂວງອຸດົມໄຊ, ພິຈາລະນາ ແລະ ຮັບຮອງເອົາ ບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໂດຍສະເພາະແມ່ນ ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ IX ໃນໄລຍະ 5 ປີ ຜ່ານມາ (2020-2024) ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນ ກໍຄື ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າ ດ້ວຍການປຸກລະດົມສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ມະຕິຕ່າງໆ, ໄດ້ຮັບການປັບປຸງ ແລະ ເຄື່ອນໄຫວປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນ ເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນ, ເຂັ້ມແຂງ ທັງດ້ານປະລິມານ ແລະ ຄຸນນະພາບ. ປັດຈຸບັນ, ທົ່ວແຂວງ ມີສະມາຊິກສະຫະພັນແມ່ຍິງ ທັງໝົດ 50,787 ສະຫາຍ, ມີການຈັດຕັ້ງສະຫະພັນແມ່ຍິງ ທັງໝົດ 467 ບ້ານ, ມີ 138 ຮາກຖານ, ມີ 162 ໜ່ວຍ, ໃນນີ້ ຂັ້ນແຂວງ ມີ 27 ຮາກຖານ, 28 ໜ່ວຍ, ຂັ້ນເມືອງ ມີ 467 ບ້ານ, 111 ຮາກຖານ, 134 ໜ່ວຍ, ຂະຫຍາຍໃໝ່ໄດ້ 8 ຮາກຖານ, 9 ໜ່ວຍ. ຜ່ານການປະເມີນ ແລະ ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ 1 (2021-2022) ແລະ ໄລຍະທີ 2 (2023-2024) ສາມາດຄັດເລືອກສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດ I ໄດ້ 40.559 ສະຫາຍ, ປະເພດ II ໄດ້ 4.163 ສະຫາຍ, ຮັບຮອງບ້ານ 3 ດີ ໄດ້ 431 ບ້ານ, ຮາກຖານ 3 ດີ ໄດ້ 134 ຮາກຖານ, ໜ່ວຍ 3 ດີ ໄດ້ 159 ໜ່ວຍ, ປະເມີນ ແລະ ຮັກສານາມມະຍົດສະຫະພັນແມ່ຍິງເມືອງ 3 ດີ ໄດ້ 7 ເມືອງ. ກອງປະຊຸມຍັງໄດ້ຜ່ານຮ່າງແຜນພັດທະນາແມ່ຍິງ 2025-2029 ໂດຍມີວິໄສທັດ ຄື: ບຸກທະລຸພັດທະນາແມ່ຍິງລາວຮອບດ້ານ ໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມສາມັກຄີ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີຄວາມສະເໝີພາບ ຍິງ-ຊາຍ, ອະນຸລັກ ແລະ ສົ່ງເສີມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ສ້າງຄ່ານິຍົມອັນຖືກຕ້ອງ, ກ້າວໜ້າ ແລະ ມີວິທະຍາສາດ, ສ້າງວິຖີຊີວິດໃໝ່ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ໃຫ້ຮັ່ງມີເຂັ້ມແຂງ ເທື່ອລະກ້າວ. ພ້ອມນີ້ ທີ່ປະຊຸມໄດ້ຮັບຟັງການປະກອບຄໍາເຫັນຈາກ ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄອບຄົວຕົວແບບ ກຸ່ມຕ່ຳຫູກ ບ້ານຜາຄຳ ເມືອງຮຸນ ແລະ ຄອບຄົວຕົວແບບ ໃນການສ້າງເສດຖະກິດຄອບຄົວ ດ້ວຍການຕັດຫຍິບ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ; ແຂວງຫຼວງນ້ຳທາ ໃນຫົວຂໍ້ ບົດບາດຂອງສະຫະພັນແມ່ຍິງໃນການສຶກສາອົບຮົມ ເພື່ອຫຼີກເວັ້ນການຕົກເປັນເຫຍື່ອຂອງການຄ້າມະນຸດ; ສະຫະພັນແມ່ຍິງເມືອງ 7 ເມືອງ ໃນຫົວຂໍ້ ການສ້າງຄອບຄົວ ແລະ ບ້ານ 3 ດີ ຕິດພັນກັບການ ສ້າງບ້ານພັດທະນາຕາມທິດ 3 ສ້າງ.
ຈາກນັ້ນ ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງແຂວງອຸດົມໄຊ ຊຸດໃໝ່ ຈໍານວນ 29 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ນາງ ລີຈັນ ສີສຸທຳ ເປັນປະທານສະຫະພັນແມ່ຍິງແຂວງ, ສະຫາຍ ນາງ ອຳພອນ ອິນຕະລາ ແລະ ສະຫາຍ ນາງ ບົວບົນສະຫວັນ ໄຊຍະບຸດສີ ເປັນຮອງປະທານ, ເຫັນດີເປັນເອກະພາບຮັບຮອງເອົາ ສະຫາຍ ນາງ ອຳພອນ ອິນຕະລາ ເປັນປະທານກວດກາ; ສະຫາຍ ນາງ ວຽງສະໄໝ ປັນຍາຂັນ ແລະ ສະຫາຍ ນາງ ເພັດ ເພັດມະນີຈັນ ເປັນຮອງປະທານກວດກາ ແລະ ເລືອກເອົາຜູ້ແທນສົມບູນເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ຈຳນວນ 11 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 2 ສະຫາຍ.
ກອງປະຊຸມຄັ້ງນີ້ ຍັງໄດ້ມີພິທີມອບໃບຍ້ອງຍໍຜົນງານຄະນະບໍລິຫານງານ ຊຸດທີ IX ຈຳນວນ 27 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ພິທີຢັ້ງຢືນ ນາມມະຍົດ ສະຫະພັນແມ່ຍິງແຂວງ 3 ດີ ຄັ້ງທີ 1 ແລະ ເປີດປ້າຍ ແຂວງອຸດົມໄຊ ເປັນແຂວງແມ່ຍິງ 3 ດີຕື່ມອີກ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທັງສອງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານຊຸດເກົ່າ ພ້ອມທັງເນັ້ນໃຫ້ ຄະນະບໍລິຫານງານຊຸດໃໝ່ ຈົ່ງເອົາໃຈໃສ່ເຂົ້າໃນການປະຕິບັດໜ້າທີ່ການເມືອງ ໂດຍສະເພາະແມ່ນ ການແບ່ງໜ້າທີ່ຮັບຜິດຊອບຂອງແຕ່ລະສະຫາຍໃຫ້ລະອຽດ, ຈະແຈ້ງ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກ ສຍ, ແມ່ຍິງແຕ່ລະກຸ່ມເປົ້າໝາຍໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະ ກໍຄືພາຍໃນແຂວງໃຫ້ກວ້າງຂວາງ ຄຽງຄູ່ກັບການເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກໃຫ້ແທດເໝາະກັບຕົວຈິງ ແລະ ນໍາເອົາມະຕິຂອງກອງປະຊຸມດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ; ສືບຕໍ່ນໍາພາຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ມີຜົນສໍາເລັດ.





