ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ

Mar 31, 2025

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ VIII
………………………………………..
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຄັ້ງທີ VIII ຈັດຂຶ້ນໃນວັນທີ 25 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ປະທານສະຫະພັນແມ່ຍິງ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ຄອສພ; ສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ, ຄະນະພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະໜ່ວຍພັກອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 102 ຄົນ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ, ບົດສະຫຼຸບ ແລະ ແຜນພັດທະນາແມ່ຍິງ ຄອສພ 5 ປີ (2025-2029) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກເປັນວຽກແຖວໜ້າ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດໝາຍ, ນິຕິກຳຕ່າງໆ, ມູນເຊື້ອປະຫວັດສາດຂອງພັກຂອງຊາດ ເຮັດໃຫ້ສະມາຊິກມີທັດສະນະການເມືອງໜັກແໜ້ນອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ສາມາດນຳເອົາເນື້ອໃນມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ ບັນລຸໄດ້ 80%, ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງໃຫ້ໄປຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ ເພື່ອສາມາດບັນຈຸເຂົ້າໃນຕຳແໜ່ງນຳພາຂັ້ນຕ່າງໆໃຫ້ມີຈຳນວນເພີ່ມຂຶ້ນ; ນອກຈາກນີ້ ໄດ້ປະກອບສ່ວນເຂົ້າໃນການຂຽນ ແລະ ປັບປຸງເອກະສານສຶກສາອົບຮົມການເມືອງ-ແນວຄິດ, ເອກະສານດຳເນີນຊີວິດການເມືອງ, ສອງວາລະແຫ່ງຊາດ, ຮຽບຮຽງບົດໃສ່ວາລະສານຕ່າງໆ ໄດ້ 318 ບົດ, ຂຽນບົດອອກລາຍການວິທະຍຸ ສື່ອອນລາຍ ແລະ ອື່ນໆ ໄດ້ 491 ບົດ, ຄຽງຄູ່ກັນນີ້ ໄດ້ເປັນເຈົ້າການເຜີຍແຜ່ເອກະສານການຈັດຕັ້າປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ສະມາຊິກສະຫະພັນແມ່ຍິງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍເປັນອັນລະອຽດ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (ປີ 2021-2022) ສາມາດເລືອກໄດ້ບຸກຄົນ 3 ດີ ປະເພດ I ຈຳນວນ 98 ຄົນ, ໜ່ວຍສະຫະພັນແມ່ຍິງ 3 ດີ ໄດ້ 8 ໜ່ວຍ, ໄລຍະທີ II (ປີ 2023-2024) ເລືອກໄດ້ບຸກຄົນ 3 ດີ ປະເພດ I ຈຳນວນ 93 ຄົນ, ໜ່ວຍສະຫະພັນແມ່ຍິງ 3 ດີ ໄດ້ 9 ໜ່ວຍ. ໃນວາລະກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ສະໄໝທີ VII ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ຕະຫຼອດໄລຍະ 05 ປີ ອີກດ້ວຍ .
ຫຼັງຈາກນັ້ນ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ຊຸດໃໝ່ ຈໍານວນ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ນາງ ຈັນສຸກ ພົມມະວັນ ເປັນປະທານ, ສະຫາຍ ນາງ ມອນສະຫວັນ ແສນໄຕ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ຈັນທະວົງ ຫຼວງລາດ ເປັນຮອງປະທານ ແລະ ສະຫາຍ ນາງ ມຸກດາວັນ ທຸມມະອາໄພ ເປັນຮອງປະທານກວດກາ. ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຈໍານວນ 2 ສະຫາຍ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ລາວປາວຊົ່ງ ນະວົງໄຊ ແລະ ສະຫາຍ ນາງ ສິລິກິດ ບຸບຜາ ເຊິ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນພາລະບົດບາດ, ສິດໜ້າທີ່ຂອງສະຫະພັນແມ່ຍິງ, ກົດໝາຍທີ່ຕິດພັນກັບແມ່ຍິງ ແລະ ກົດໝາຍອື່ນໆ ເພື່ອເຜີຍແຜ່ໃຫ້ ສະມາຊິກໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມນີ້ ກໍເອົາໃຈໃສ່ຄົ້ນຄວ້າ ແລະ ນໍາພາໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ສຸມໃສ່ຄົ້ນຄ້ວາຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອຂອງພັກ-ຂອງຊາດ ແລະ ຂອງທ່ານຜູ້ນໍາ ໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ເອົາໃຈໃສ່ພັດທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ, ປະກອບສ່ວນຢ່າງຕັ້ງໜ້າໃນການຄົ້ນຄ້ວາ ຊອກຫາວິທີການເພື່ອເຮັດແນວໃດ ໃຫ້ວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ມີປະສິດທິຜົນ ແລະ ແທດເໝາະກັບຕົວຈິງ ຄຽງຄູ່ກັບການປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ເຂັ້ມແຂງ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ເອື້ອຍນ້ອງແມ່ຍິງໄດ້ຍົກລະດັບຄວາມຮູ້ຄວາມສາມາດ ແລະ ມີຄວາມພ້ອມໃນການສືບທອດປ່ຽນແທນໃນຕໍ່ໜ້າ, ສືບຕໍ່ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ເປັນຂະບວນຟົດຟື້ນ, ເອົາໃຈໃສ່ໂຄສະນາຕ້ານ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ, ສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ສິ່ງສຳຄັນ ຕ້ອງລົບລ້າງແນວຄິດຄັບແຄບ, ໃຈນ້ອຍ, ບໍ່ສົ່ງເສີມເຊິ່ງກັນ ແລະ ກັນ, ເອົາໃຈໃສ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດຢ່າງມີການເລືອກເຟັ້ນ ຖືກຕ້ອງຕາມແນວທາງຫຼັກການຂອງພັກ ເພື່ອຍາດແຍ່ງເອົາບັນດາບົດຮຽນອັນດີເດັ່ນ, ດຶງດູດເອົາການຊ່ວຍເຫຼືອເຂົ້າມາພັດທະນາວຽກງານແມ່ຍິງ ໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຈຳນວນ 5.000.000 ກີບ.