ສສຍລ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ
…………………………………………………………
ເພື່ອເປັນການລະນຶກເຖິງຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ ແລະ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ໃນວັນທີ 21 ມີນາ 2025, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ສະມາຊິກພັກບໍານານ ແລະ ສະມາຊິກພັກ ທີ່ປະຈໍາການ ຂອງສູນກາງສະຫະພັນແມ່ຍິງລາວ; ໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ສະຫາຍນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານ ສສຍລ; ເຂົ້າຮ່ວມມີ ຄະນະພັກ, ຄະນະປະທານ ສູນກາງສະຫະພັນແມ່ຍິງລາວ, ອະດີດການນໍາ, ສະມາຊິກພັກອາວຸໂສບໍານານ ສສຍລ, ບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ນາງ ທໍາມາ ເພັດວິໄຊ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ທີ່ຕົກລົງປະດັບຫຼຽນກາລະນຶກ 70 ປີ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈໍານວນ 9 ສະຫາຍ ໃນນີ້ມີ ສະມາຊິກພັກ ບໍານານ 08 ສະຫາຍ (ຍິງ) ແລະ ສະມາຊິກພັກ ປະຈໍາການ 01 ສະຫາຍ (ຍິງ).
ການປະດັບຫຼຽນໃນຄັ້ງນີ້ ເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງການນຳ, ອະດີດການນຳ ສສຍລ ທີ່ມີອາຍຸພັກ 30 ປີຂຶ້ນໄປ ທີ່ໄດ້ອຸທິດຕົນ ເຂົ້າໃນການປະຕິບັດໜ້າທີ່ ນຳພາ-ຊີ້ນຳ ສ້າງສາພັດທະນາປະເທດຊາດ ກໍຄືເອື້ອຍນ້ອງແມ່ຍິງລາວບັນດາເຜົ່າທົ່ວປະເທດ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ, ເຮັດໃຫ້ວຽກງານແມ່ຍິງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ປະຊາຊົນຢູ່ດີກິນດີ, ມັ່ງຄັ່ງເຂັ້ມແຂງ. ພ້ອມນີ້, ຍັງເປັນການຢັ້ງຢືນ ແລະ ຈາລຶກສັນລະເສີນຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍສະມາຊິກພັກ, ພະນັກງານປະຕິວັດອາວຸໂສ ຜູ້ທີ່ມີຄຸນງາມຄວາມດີ, ອຸທິດເຫື່ອແຮງ, ສະຕິປັນຍາ ປະກອບສ່ວນປະຕິບັດໜ້າທີ່ວຽກງານ ກໍຄື ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ໂອກາດນີ້, ຍັງໄດ້ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955 – 25 ມີນາ 2025) ໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານຈັດຕັ້ງ-ພະນັກງານ ສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຈໍານວນ 14 ສະຫາຍ (ຍິງ 14 ສະຫາຍ) ຕື່ມອີກ ໃຫ້ກຽດມອບໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ.



