ໃນຕອນບ່າຍວັນທີ 20 ມີນາ 2025 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ນຳເອົາປຶ້້ມບັນທຶກ ແລະ ປະຕິທິນ ຈຳນວນ 200 ຊຸດ ລວມມູນຄ່າ 38,000,000 ກີບ ມອບໃຫ້ ຄະນະເລຂາທິການສະພາແຫ່ງຊາດ ເພື່ອນຳໄປແຈກຢາຍໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຶ່ງປະຕິທິນ ແລະ ປຶ້ມບັນທຶກ ນໍາໃຊ້ເຂົ້າໃນການບັນທຶກວຽກງານ ທັງໄດ້ຮັບຮູ້ຂໍ້ມູນການເຄື່ອນໄຫວວຽກງານຂອງ ຄຊກມດ ແລະ ເພື່ອນຳໄປໂຄສະນາເຜີຍແຜ່ໃຫ້ ກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ. ໃຫ້ກຽດມອບໂດຍທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແລະ ຮັບໂດຍ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ.

