ພິທີເປີດງານສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການແມ່ຍິງຍຸກໃໝ່

Mar 21, 2025

ຮອງປະທານ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມພິທີເປີດງານສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ IV
………………………………………
ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມພິທີເປີດງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ IV ແລະ ສຳມະນາສົ່ງເສີມຜູ້ປະກອບການຍິງ ທີ່ຈັດຂຶ້ນໃນວັນທີ 19-20 ມີນາ 2025 ຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໂດຍມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້ຈັດຂຶ້ນເປັນ ຄັ້ງທີ 4 ເປັນການສືບຕໍ່ຈັດຕັ້ງບັນດາກິດຈະກໍາແຜນງານ ຂອງ ສຄອຊ ເພື່ອໃຫ້ເປັນມູນເຊື້ອການຈັດງານໃນທຸກໆປີ, ແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເສີມສ້າງບົດບາດຍິງ-ຊາຍ ໃຫ້ແກ່ຫົວໜ່ວຍທຸລະກິດ, ບັນດາພະນັກງານ ສຄອຊ, ກຸ່ມສະມາຄົມທຸລະກິດ ແລະ ສັງຄົມ ເຊິ່ງພາຍໃນງານປະກອບມີ ການສ້າງກິດຈະກໍາທີ່ສ້າງສັນ ເປັນຕົ້ນ ການວາງສະແດງຜະລິດ ສິນຄ້າຜູ້ປະກອບການ ເປັນການແລກປ່ຽນຄວາມຮູ້ ວິໄສທັດ ຫຼື ແນວທາງການບໍລິຫານຈັດການທີ່ເສີມສ້າງທັກສະ ແລະ ຄວາມສາມາດ ໄປຄຽງຄູ່ກັບການສ້າງຄວາມສາມັກຄີ, ເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ແລະ ຊົມເຊີຍການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ.
ແຜນພັດທະນາຂອງລັດຖະບານລາວ ເພື່ອໃຫ້ບັນລຸເປົ້າໝາຍໃນການນຳພາປະເທດຊາດໃຫ້ຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາ ການສົ່ງເສີມຜູ້ປະກອບການແມ່ຍິງ ກໍແມ່ນວຽກທີ່ສໍາຄັນທີ່ຈະຕ້ອງໄດ້ປະກອບສ່ວນສ້າງຄວາມຮູ້ ຄວາມສາມາດ ແລະ ປົກປ້ອງແມ່ຍິງໃນທຸລະກິດ ເພື່ອໃຫ້ກາຍເປັນຜູ້ປະກອບການທີ່ເປັນມືອາຊີບ ສາມາດສ້າງອາຊີບໃຫ້ແກ່ຜູ້ຄົນໃນສັງຄົມ ທັງສະໜອງການຈ້າງງານ ສ້າງວຽກເຮັດງານທໍາທີ່ມີຄຸນຄ່າໃນ ສປປ ລາວ ສະນັ້ນການພັດທະນາຄວາມຮູ້ ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ການຝຶກອົບຮົມ ໃນການເສີມສ້າງບົດບາດຍິງ-ຊາຍ ເປັນການສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ສາມາດນໍາພາວຽກງານ ຫຼື ທຸລະກິດຂອງຕົນໄດ້ຢ່າງມີປະສີດທິຜົນ ແລະ ກ້າວເຂົ້າສູ່ຄວາມເປັນຜູ້ນໍາໃນອະນາຄົດ.