ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ

Mar 21, 2025

ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ XV
…………………………..
ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ຄັ້ງທີ XV ຈັດຂຶ້ນ ໃນວັນທີ 19 ມີນາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ແພງພັນ ບຸບຜາພອນ ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ນາງ ລາວັນ ສຸດທິສານ ຄະນະພັກ ຮອງປະທານຄະນະບໍລິຫານງານ ສສຍລ; ມີ ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ ສນຊ , ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 91 ທ່ານ, ຍິງ 80 ທ່ານ; ຜູ້ແທນສົມບູນ 64 ທ່ານ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ບັນລຸຜົນສຳເລັດ. ຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ສນຊ ; ສະຫະພັນແມ່ຍິງ ສນຊ ປະກອບມີ 7 ໜ່ວຍ, ສະມາຊິກທັງໝົດ 72 ທ່ານ; ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (2020-2024) ໄລຍະຜ່ານມາສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ 64 ທ່ານ, ປະເພດ II ເລືອກໄດ້ 9 ທ່ານ; ໜ່ວຍ 3 ດີ ປະເພດ I ຈຳນວນ 7 ໜ່ວຍ. ພ້ອມດຽວກັນນີ້ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ສນຊ ສະໄໝທີ XIV ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ ຈຳນວນ 5 ທ່ານ.
ຫຼັງຈາກນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ຊຸດໃໝ່ ຈຳນວນ 05 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ໄຊທິດາ ພົມວິຫານ ເປັນປະທານ, ສະຫາຍ ນາງ ພອນສະຫວັນ ສຸກສຸວັນກອນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ແສງຈັນ ພິມມະວົງ ເປັນຮອງປະທານ, ສະຫາຍ ນາງ ໄມຊົ່ງ ຫວາໄກ ເປັນຄະນະ ແລະ ຮອງປະທານກວດກາ, ສະຫາຍ ນາງ ໂນໂນະ ໄຊຍະວົງ ເປັນຄະນະ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ແລະ ສະຫາຍ ນາງ ລາວັນ ສຸດທິສານ ເຊິ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຕິດພັນກັບ ກົດລະບຽບ-ກົດໝາຍຂອງແນວລາວສ້າງຊາດ ກ້າວສູ່ຄຸນນະພາບໃໝ່; ມີຄຸນສົມບັດສິນທຳປະຕິວັດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແນວລາວສ້າງຊາດ ແລະ ແມ່ຍິງລາວ; ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ, ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາຫຼັກການຈັດຕັ້ງ, ການເຄື່ອນໄຫວ ແລະ ດໍາເນີນຊີວິດ, ປັບປຸງແບບແຜນນໍາພາ ແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ, ສືບຕໍ່ປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ; ສືບຕໍ່ເສີມຂະຫຍາຍຄວາມສາມັກຄີຮັກແພງ, ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີວຽກງານການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ ໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.
ໂອກາດດຽວກັນນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ສະມາຊິກ ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ XV ຈຳນວນ 5,000,000 ກີບ.