ຂະບວນຍ່າງ ເພື່ອຂ່ຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
…………………………………………..
ອະນຸກຳມະການແຂ່ງຂັນ ແລະ ຍ້ອງຍໍ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດຂະບວນຍ່າງ ເພື່ອຂ່ຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 15 ມີນາ 2025 ທີ່ສວນປະຕູໄຊ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສຸນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີການນຳພັກ-ລັດ ແລະ ມວນຊົນເຂົ້າຮ່ວມ.
ໃນພິທີ ສະຫາຍ ອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວເປີດງານ ແລະ ໄດ້ຫວນຄືນໂດຍສັງເຂບຂອງການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ພ້ອມຍັງກ່າວວ່າ ຂະບວນຍ່າງຄັ້ງນີ້ ແມ່ນ 1 ໃນບັນດາກິດຈະກໍາໃນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ຄະນະກຳມະການລະດັບຊາດ ໄດ້ກຳນົດໃຫ້ຈັດຂຶ້ນ ເພື່ອເປັນໂອກາດໃຫ້ພະນັກງານ ລັດຖະກອນ ມວນຊົນ ຊັ້ນຄົນຕ່າງໆ ກໍຄື ປວງຊົນຊາວນະຄອນຫຼວງວຽງຈັນ ໄດ້ມາຮ່ວມຂະບວນເພື່ອຄວາມສາມັກຄີເປັນປຶກແຜນ. ສຳລັບກິດຈະກຳໃນຄັ້ງນີ້ ແມ່ນໄດ້ເລີ່ມຈາກສວນປະຕູໄຊ ໄປຮອດໜ້າຫ້ອງວ່າການສຳນັກງານປະທານປະເທດ (ຫໍຄໍ) ແລ້ວກັບມາຫາປະຕູໄຊ ໂດຍມີມວນຊົນເຂົ້າຮ່ວມຫຼາຍພັນຄົນ.



