ວັນທີ 13 ມີນາ 2025, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ເດີນທາງຮອດແຂວງເຊກອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງເຊກອງ ຄັ້ງທີ VII, ຕ້ອນຮັບໂດຍ ທ່ານ ນາງ ມະໂນລາ ສຸດທິຈັກ ວ່າການປະທານ ສະຫະພັນແມ່ຍິງແຂວງ ພ້ອມຄະນະ.

