ອົງການ TIKA ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສູນກາງສະຫະພັນແມ່ຍິງລາວ
………………….
ໃນຕອນບ່າຍ ວັນທີ 12 ມີນາ 2025, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ອົງການ TIKA ຊຶ່ງປະກອບມີເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ເພື່ອມອບໃຫ້ແກ່ເດັກກຳພ້າ-ກຳພອຍ ທີ່ແຂວງຫຼວງນໍ້າທາ. ຕາງໜ້າສູນກາງສະຫະພັນແມ່ຍິງລາວ ຮັບໂດຍ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຕາງໜ້າມອບໂດຍ ທ່ານ ອາລິ ເຄລຶມ (Ali KERIM) ຊ່ຽວຊານອາວຸໂສ (TIKA) ພ້ອມດ້ວຍຕາງໜ້າຈາກສະຖານທູດຕວັກກີ ປະຈຳ ສປປ ລາວ.

