ກອງປະຊຸມທາບທາມບຸກຄະລາກອນ

Mar 17, 2025

ກອງປະຊຸມທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ຮອນທີ I ໃດ້ຈັດຂຶ້ນໃນວັນທີ 11 ມີນາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງການສະຫະພັນແມ່ຍິງແຂວງ, ໂດຍການເປັນປະທານຂອງ ສະຫາຍ ນາງ ຄໍາປິວ ສີສົມບັດ ກໍາມະການພັກເເຂວງ, ເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ, ມີຄະນະຮັບຜິດຊອບຊຸກຍູ້ກອງປະຊຸມໃຫຍ່ຈາກຄະນະກວດກາພັກແຂວງ, ສະມາຊິກພັກສົມບູນ, ສໍາຮອງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 19 ສະຫາຍ, ຊາຍ 3 ຄົນ.
ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ ເພີ່ມທະວີຄວາມສາໝັກຄີ, ຍົກສູງຄວາມສາມາດນໍາພາ ແລະ ຄວາມຮັບຜິດຊອບຂອງຄະນະພັກຂອງຕົນ ໃຫ້ສອດຄ່ອງກັບຄວາມເປັນຈິງ, ຮອບດ້ານ ແລະ ສາມາດຈັບຕັ້ງໄດ້, ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ, ຮັບປະກັນດ້ານຄຸນນະພາບ, ສ້າງໃຫ້ສະມາຊິກພັກດີເດັ່ນ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ໃນກອງປະຊຸມໄດ້ຮັບຟັງການເຊື່ອມຊຶມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ຜ່ານບົດລາຍງານການເມືອງທັງ 2 ພາກ, ບົດສໍາຫຼວດການນໍາພາລວມ, ປະກອບ ເຫັນໃສ່ຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມ, ຈາກນັ້ນຄະນະຊຸກຍູ້ກອງປະຊຸມໃຫຍ່ ຜ່ານມາດຖານເງື່ອນໄຂຜູ້ຈະລົງສະໝັກເລືອກຕັ້ງເຂົ້າເປັນຄະນະໜ່ວຍພັກ. ແລະ ໄດ້ດໍາການທາບທາມເອົາບຸກຄະລາກອນຮອບ I.