ປາຖະກະຖາ

Mar 12, 2025

ສະຫະພັນແມ່ຍິງຮາກຖານພະແນກ ຖວທ ແຂວງ ປາຖະກະຖາ ວັນສ້າງຕັ້ງວັນແມ່ຍິງສາກົນ.
ໃນວັນທີ 6 ມີນາ 2025 ຢູ່ທີ່ຫ້ອງປະຊຸມພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ຫວນຄືນປະຫວັດ ວັນແມ່ຍິງ ສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ຂຶ້ນ, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ນາງ ບົວຈັນ ພັນທະວົງ ເລຂາຄະນະພັກຮາກຖານພະແນກ ຖວທ ແຂວງ, ມີປະທານ ຮາກຖານ, ຫົວໜ້າໜ່ວຍ, ຄະນະຮາກຖານ, ຄະນະໜ່ວຍ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
ພິທີດັ່ງກ່າວ ສະຫາຍ ນາງ ສຸຈັນດາ ແກ້ວປະເສີດ ປະທານ ສະຫະພັນແມ່ຍິງຮາກຖານພະແນກ ຖວທ ໄດ້ຂຶ້ນຜ່ານຜົນງານ ການເຄື່ອນໄຫວວຽກງານ 1 ປີ ຂອງສະຫະພັນແມ່ນຍິງ ຮາກຖານພະແນກ ຖວທ ແຂວງ; ຈາກນັ້ນ ສະ ຫາຍ ນາງ ບົວ ຈັນ ພັນທະວົງ ຫົວໜ້າພະແນກ ຖວທ ແຂວງ ກໍ່ໄດ້ໃຫ້ກຽດ ປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະສະຫຼອງວັນແມ່ຍິງ ສາກົນ 8 ມີນາ 1910 ຫາ 8 ມີນາ 2025 ຄົບຮອບ 115 ປີ ເຊິ່ງ ບາງຕອນກ່າວວ່າ: ວັນແມ່ຍິງສາກົນໄດ້ກຳເນີດຂື້ນໃນທາມກາງ ສະພາບສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກ, ໂຮງງານອຸດສາຫະກຳຂອງນາຍ ທຶນຂະຫາຍຕົວ ມັນສ້າງໄດ້ຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ ຢູ່ ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືພາຖືກກົດຂີ່ ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບ ຄ່າຈ້າງແຮງງານດ້ວຍລາຄາຖືກເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.ສະພາບຄວາມຫຍຸ້ງຍາກ ແລະ ຖືກກົດຂີ່ຂູດຮີດ ໃນວັນທີ 8 ມີນາ 1908 ແມ່ຍິງ ຈຳນວນ 15,000 ຄົນ (ໜື່ງໝື່ນຫ້າພັນຄົນ) ໄດ້ເດີນຂະບວນຢູ່ເມືອງນີວຍອກ ເພື່ອປະທ້ວງໃຫ້ນາຍທຶນຫຼຸດ ຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ,ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ ການເດີນຂະບວນຄັງນີ້ແມ່ນ ພາຍໃຕ້ຄໍາຂວັນ: “ເຂົ້າຈີ່ ແລະ ດອກກຸຫຼາບ ”; ເຂົ້າຈີ່ ໝາຍເຖິງ ເສດຖະກິດທີ່ດີຂື້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດທີ ດີຂື້ນ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງ ທຳອິດໄດ້ຈັດຂື້ນຢູ່ທີໂກເປນຮາກ ນະຄອນຫຼວງຂອງປະເທດ ເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົາຮ່ວມ ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ.