ສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ ຈັດປາຖະກະຖາສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ
……………………………
ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ພາຍໃຕ້ຄໍາຂວັນ “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ທັງເປັນການສຶກສາອົບຮົມ ແລະ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຕິດພັນກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ. ໃນຕອນເຊົ້າ ວັນທີ 7 ມີນາ 2025, ສະຫະພັນແມ່ຍິງ ອົງການໄອຍະການ ປະຊາຊົນສູງສຸດ ຈັດພິທີປາຖະກະຖາຫວນຄືນວັນສໍາຄັນດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ພອນທິບ ສາວະລີ ປະທານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະກົມ, ຄະນະບໍລິຫານງານ, ຫົວໜ້າ-ຮອງຫົວໜ້າໜ່ວຍ, ສະມາຊິກແມ່ຍິງ, ສະມາຊິກກຳມະບານ ແລະ ສະມາຊິກຊາວໜຸ່ມ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ພອນທິບ ສາວະລີ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດວັນແມ່ຍິງສາກົນ ເຊິ່ງວັນແມ່ຍິງສາກົນ ກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດ ຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ. ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ດັ່ງນັ້ນ, ຕໍ່ສະພາບດັ່ງກ່າວ ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້,ໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ. ໃນວັນທີ 8 ມີນາ 1908, ແມ່ຍິງໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ, ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ. ຮອດປີ 1910, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປະເທດເດນມາກ ກອງປະຊຸມໄດ້ຮັບຮອງ ເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.
ນອກຈາກນັ້ນ, ຍັງໄດ້ມີກິດຈະກໍາຖາມ-ຕອບ ກ່ຽວກັບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ ເພື່ອຊິງເອົາຂອງລາງວັນ ດ້ວຍບັນຍາກາດທີ່ເບີກບານ, ມ່ວນຊື່ນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກຳແໜ້ນ, ເຊື່ອມຊຶມເນື້ອໃນ ແລະ ຄໍາຂວັນຂອງວັນສໍາຄັນດັ່ງກວ່າອີກດ້ວຍ.

