ສ້າງຂະບວນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງກະຊວງເຕັກໂນໂລຊີ ແລະ ການສື່ສານ

Mar 11, 2025

ເພື່ອສ້າງຂະບວນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ. ດັ່ງນັ້ນ, ໃນວັນທີ 7 ມີນາ 2025 ສະຫະພັນແມ່ຍິງຮາກຖານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ໄປຢ້ຽມຊົມຫ້ອງວາງສະແດງສິນສາຍໄໝ ແລະ ຫ້ອງວາງສະແດງມູນເຊື້ອ ຂອງສູນກາງສະຫະພັນແມ່ຍິງລາວ ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງຮູ້ເຖິງຜົນງານການຕໍ່ສູ້ອັນພິລະອາດຫານຂອງເອື້ອຍນ້ອງແມ່ຍິງໃນແຕ່ລະໄລຍະ ລວມເຖິງປະຫວັດຄວາມເປັນມາຂອງລວດລາຍສິນສາຍໄໝຂອງແຜ່ນຜ້າ ແລະ ເຄື່ອງວັດຖຸພັນຕ່າງໆນໍາອີກ.